ຈັດ​ງານ​ສະ​ແດງ​ສິນ​ລ​ະ​ປະ​ສະ​​ຫຼອງ​ປີ​ໃໝ່​ກຸດ​ຈີນ 2018 ຢູ່​ມຽ​ນ​ມາ
2018-02-16 11:34:34  cri 


(ຈັດ​ງານ​ສະ​ແດງ​ສິນ​ລ​ະ​ປະ​ສະ​​ຫຼອງ​ປີ​ໃໝ່​ກຸດ​ຈີນ 2018 ຢູ່​ມຽ​ນ​ມາ)




ຕາມ​ຂ່າວ CRI: ງານ​ສະ​ແດງ​ສິນ​ລະ​ປະ​ສະ​ເຫຼີມ​ສະ​ຫຼອງ​ປີ​ໃໝ່​ກຸດ​ຈີນ 2018 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຢາງ​ກຸງ​ຂອງ​ມຽນ​ມາ ອັນ​ໄດ້​ດຶງ​ດູດ​ຜູ້​ຊົມ​ຈາກວົງ​ການ​ຕ່າງໆ​​ຂອງ​ມຽນ​ມາພັນ​ກວ່າ​ຄົນ​ເຂົ້າ​ຊົມ.
ງານ​ສະ​ແດງ​ດັ່ງ​ກ່າວ​ຈັດ​ຂຶ້ນ​ໂດຍ​ສະ​ຖານ​ທູດ​ຈີນ​ປະ​ຈຳ​ມຽນ​ມາ, ກະ​ຊວງ​ສາ​ສະ​ໜາ​ແລະ​ວັດ​ທະ​ນະ​ທຳ​ມຽນ​ມາ ແລະ​ພະ​ແນກວັດ​ທະ​ນະ​ທຳ​ແຂວງ​ຢຸນ​ນານ​ຈີນ.
ໃນ​ເວ​ລາ​ປະ​ກອບ​ຄຳ​ຄິດ​ຄຳ​ເຫັນ, ທ່ານ​ຫົງ​ລ້ຽງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ມຽນ​ກ່າວ​ວ່າ, ຄຽງ​ຄູ່​ກັບ​ຈີນ​ນັບ​ມື້​ນັບ​ໄຂ​ປະ​ຕູ​ສູ່​ພາ​ຍນອກ, ນັບ​ມື້​ນັບ​ເດີນ​ໄປ​ສູ່​ໂລກ, ບຸນ​ກຸດ​ຈີນ​ກໍ່​ນັບ​ມື້​ນັບ​ກາຍ​ເປັນ​ວັນ​ບຸນ​ຂອງ​ທົ່ວ​ໂລກ, ເຊິ່ງ​ພວມ​ກາຍ​ເປັນ​ຂົວ​ຕໍ່​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ​ຈີນ​ກັບ​ບັນ​ດາ​ປະ​ເທດ​ໃນ​ໂລກ. ຢູ່​ມຽນ​ມາ ບຸນ​​ກຸດ​ຈີນ​ກໍ່​ໄດ້​ກາຍ​ເປັນ​ມື້​ບຸນ​ທີ່​ສຳ​ຄັນ​ສຳ​ລັບ​ໃຫ້​ຊາວ​ຈີນ​ທີ່​ຢູ່​ມຽນ​ມາ​ສະ​ຫຼອງ​ຮ່ວມ​ກັນ​ກັບ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ມຽນ​ມາ, ຍິ່ງ​ເປັນ​ເວ​ທີ​ທີ່​ສຳ​ຄັນ​ໃນ​ການ​ເພີ່ມ​ພຸນ​ມິດ​ຕະ​ພາບ​ລະ​ຫວ່າງ​ຈີນ-ມຽນ​ມາ.


1  2  3  4  5  6  7  8  9  10  11  12  13  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ