ເຂດ​ພິ​ເສດ​ມາ​ກາວ:"ດຳ​ເນີນ​ການ​ບໍ​ລິ​ຫານ​ເພື່ອ​ປະ​ຊາ​ຊົນ" "ຖື​ປະ​ຊາ​ຊົນ​ເປັນ​ພື້ນ​ຖານ"​ແມ່ນຄວາມ​ເຊື່ອ​ຖື​​ຂອງ​ອົງ​ການ​ປົກ​ຄອງ​ມາ​ກາວ​ຕະ​ຫຼອດມາ
2018-02-16 16:09:44  cri 

ຕາມ​ຂ່າວCRI: ວັນ​ທີ 15 ກຸ​ມ​ພາ​ນີ້, ​ໃນ​ເວ​ລາ​ກ່າວ​ຄຳ​ອຳ​ພອນປີ​ໃໝ່, ທ່ານ​ຊຸ່ຍ​ເຊີ້​ອ່ານ ຜູ່​ວ່າ​ການ​ບໍ​ລິ​ຫານ​ງານເຂດ​ພິ​ເສດ​ມາ​ກາວ​ກ່າວ​ວ່າ, ໃນ​ປີ​ທີ່​ຜ່ານ​ໄປ, ພາຍ​ໃຕ້​ການ​ສະ​ໜັບ​ສະ​ໜູນ​ຄື​ຢ່າງ​ແຂງ​ແຮງ​ຂອງ​ລັດ​ຖະ​ບານ​ສູນ​ກາງຈີນ, ອົງ​ການ​ປົກ​ຄອງ​ມາ​ກາວ​ໄດ້ພະ​ຍາ​ຍາມ​ເສີມ​ຂະ​ຫຍາຍ​ທ່າ​ແຮງ​ຂອງ​ລະ​ບອບ "ໜຶ່ງ​ປະ​ເທດ​ສອງ​ລະ​ບອບ", ດຳ​ເນີນ​ການ​ຄຸ້ມ​ຄ​ອງ​ບໍ​ລິ​ຫານຢ່າງ​ແທ້​ຈິງ, ເຮັດ​ໃຫ້​ເສດ​ຖະ​ກິດ​ຟື້ນ​ຕົວ​ຄືນ ພ້ອມ​ທັງ​ເອົາ​ໃຈ​ໃສ່​ນຳ​ຄວາມ​ຕ້ອງ​ການ​​ດ້ານຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ. "ການ​ບໍ​ລິ​ຫານ​​ງານເພື່ອ​ປະ​ຊາ​ຊົນ" "ຖື​ປະ​ຊາ​ຊົນ​ເປັນ​ພື້ນ​ຖານ"ເປັນຄວາມ​ເຊື່ອ​ຖື​ຂອງ​ອົງ​ການ​ປົກ​ຄອງ​ມາ​ກາວຕະ​ຫຼອດມາ, ບໍ່​ເຄີຍປ່ຽນ​ແປງ​ຈັກ​ເທື່ອ.

ໃນ​ຄຳ​ອວຍ​ພອນ​, ທ່ານ​ຊຸ່ຍ​ເຊີ້​ອ່ານ​​ຍັງຊີ້​ອອກວ່າ, ອົງ​ການ​ປົກ​ຄອງ​ເຂດ​ພິ​ເສດ​​ຈະອອກ​ແຮງ​ສຸດ​ຂີດ​​ເພື່ອສ້າງ​ມາ​ກາວ​ໃຫ້​ເປັນ​ຕົວ​ເມືອງ​ທີ່​​ໜ້າ​ຢູ່, ​ໜ້າ​ຊອກ​ຫາ​ວຽກ​ເຮັດ​ງານ​ທຳ ແລະ ສະ​ດວກ​ໃນ​ການ​ເດີນ​ທາງ,ທ່ອງ​ທ່ຽວ ແລະ ລື້ນ​ເລີງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ