ສະ​ຫະ​ພາບເອີ​ລົບ​​ໄດ້​ປຽບ​ດຸນ​ການ​ຄ້າ​ກັບ​ອາ​ເມ​ລິ​ກາ​ຫຼາຍກວ່າ​ເກົ່າ​ໃນ​ປີ 2017
2018-02-16 16:13:57  cri 

ວັນ​ທີ 15 ກຸມ​ພາ​ນີ້, ​ກົມ​ສະ​ຖິ​ຕິ​ສະ​ຫະ​ພາບ​ເອີ​ລົບ​ປະ​ກາດ​ຕົວ​ເລກ​ສະ​ແດງ​ໃຫ້​ເຫັນ​ວ່າ, ໃນ​ປີ 2017,ສະ​ຫະ​ພາບເອີ​ລົບ​​ໄດ້​ປຽບ​ດຸນ​ການ​ຄ້າ​ກັບ​ອາ​ເມ​ລິ​ກາ 120 ຕື້ 800 ລ້ານເອີ​ໂຣ, ເພີ່ມ​ຂຶ້ນ 6,8% ເມື່ອ​ທຽບ​ກັບ​ປີ 2016ທີ່​ມີ​ຈຳ​ນວນ 113 ຕື້ 100 ລ້ານ​​ເອີ​ໂຣ.

ກ່ຽວ​ກັບ​ບັນ​ຫາ​ການ​ຄ້າ​ລະ​ຫວ່າງ​ສະ​ຫະ​ພາບ​ເອີ​ລົບ ກັບ ອາ​ເມ​ລິ​ກາ, ​​ໃນ​ເວ​ລາ​ໃຫ້​ສຳ​ພາດ​ຕໍ່​ໂທ​ລະ​ພາບ​ເອ​ກະ​ລາດ​ອັງ​ກິດ​ໃນ​ທ້າຍ​ເດືອນ​ມັງ​ກອນ​ແລ້ວ​ນີ້,ທ່ານໂດ​ນາດ ທຼາມ​ ປະ​ທາ​ນາ​ທິ​ບໍ​ດີອາ​ເມ​ລິ​ກາ​ກ່າວ​ວ່າ, ຜະ​ລິດ​ຕະ​ພັນ​ອາ​ເມ​ລິ​ກາ​ເຂົ້າ​ສູ່​ຕະ​ຫຼາດ​ສະ​ຫະ​ພາບ​ເອີ​ລົບ​ຍາກ​ຫຼາຍ, ແຕ່​ຜະ​ລິດ​ຕະ​ພັນ​ສະ​ຫະ​ພາບ​ເອີ​ລົບ​ພັດ​ຖືກ​ສົ່ງ​ອອກ​ສູ່​ອາ​ເມ​ລິ​ກາ​ຢ່າງ​ປອດ​ພາ​ສີ ຫຼື ​ດ້ວຍພາ​ສີ​ຕ່ຳ, ນີ້​ແມ່ນ​ບໍ່​ຍຸດ​ຕິ​ທຳ. ທ່ານແຍ້ມ​ໃຫ້​ຮູ້​​ວ່າອາ​ເມ​ລິ​ກາ​ອາດ​ຈະ​ດຳ​ເນີນ​ການ​ແກ້​ແຄ້ນ​ທາງ​ການ​ຄ້າ​ຕໍ່​ສະ​ຫະ​ພາບ​ເອີ​ລົບ.

ຕໍ່​ເລື່ອງ​ນີ້, ໃນ​ທ້າຍ​ເດືອນ​ແລ້ວ​ນີ້, ຄະ​ນະ​ກຳ​ມະ​ການ​ສະ​ຫະ​ພາບ​ເອີ​ລົບ​ຕອບ​ໂຕ້​ວ່າ, ຖ້າ​ອາ​ເມ​ລິ​ກາ​ຈຳ​ກັດ​​ການນຳ​ເຂົ້າ​ຜະ​ລິດ​ຕະ​ພັນ​ຈາກ​ສະ​ຫະ​ພາບ​ເອີ​ລົບ, ສະ​ຫະ​ພາບ​ເອີ​ລົບ​ກໍ່​ຈະ​​ໃຊ້ມາດ​ຕະ​ການ​ເພື່ອ​​ຕອບ​ໂຕ້​ຄືນ​ໃນ​ທັນ​ທີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ