ຕວກ​ກີ​ກັບ​ອາ​ເມ​ລິ​ກາ​ເຫັນ​ດີ​ເລີ່ມ​ແກ້​ໄຂຄວາມ​ຂັດ​ແຍ້ງ​ກັນ​​ລະ​ຫວ່າງສອງ​ປະ​ເທດ​ນີ້
2018-02-17 11:24:26  cri 

ວັນ​ທີ 16 ກຸມ​ພາ​ນີ້,  ຢູ່​ອັງ​ກາ​ຣາ ນະ​ຄອນ​ຫຼວງ​ຕວກ​ກີ, ທ່ານ​ເມ​ຟ​ລຸດ ກາ​ວູ​ໂຊກ​ລູ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຕວກ​ກີ​ກ່າວ​ວ່າ, ຕວກ​ກີ​ກັບ​ອາ​ເມ​ລິ​ກາ​ເຫັນ​ດີ​ສ້າງ​​ກົນ​ໄກ​ເພື່ອ​ແກ້​ໄຂ​​ຄວາມ​ຂັດ​ແຍ້ງ​ລະ​ຫວ່າງ​ສອງ​ປະ​ເທດ, ​ເພື່ອຜ່ອນ​ຄາຍ​ການ​ພົວ​ພັນ​ເຄັ່ງ​ຕຶງ​ລະ​ຫວ່າງ​ສອງ​ຝ່າຍ, ພະ​ຍາ​ຍາມ​ໃຫ້ການ​ພົວ​ພັນ​ຫັນ​ເປັນ​ປົກ​ກ​ະ​ຕິ. ໃນ​ງານ​ຖະ​ແຫຼງ​ຂ່າວ​ທີ່ຮ່ວມ​​ຈັດ​ຂຶ້ນກັບ​ທ່ານ​ເຣກ​ສ໌ ຕີ​ເລ​ເຊັນ ລັດ​ຖະ​ມົນ​ຕີ​​ກະ​ຊວງການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ທີ່​ໄປ​ຢ້ຽມ​ຢາມ​ຕວກ​ກີ, ທ່ານ​ກາ​ວູ​ໂຊກ​ລູ​ກ່າວ​ວ່າ, ກົນ​ໄກ​ໃໝ່​ນີ້​ແມ່ນ​ເພື່ອ​​ປະ​ສານ​ງານ​ກັນ​ແກ້​ໄຂ​ບັນ​ຫາ​ຕ່າງໆ​ຄື​ບັນ​ຫາ​ອີ​ຣັກ, ຊີ​ຣີ, ຕ້ານ​ການ​ກໍ່​ການ​ຮ້າຍ​ແລະ​ການ​​ປົກ​ປັກທາງ​ກົງ​ສຸນ​ເປັນ​ຕົ້ນ.

ທ່ານ​ຕີ​ເລີ​ເຊັນ​ກ່າວ​ວ່າ, ​ອາ​ເມ​ລິ​ກາ​ຮັບ​ຮອງວ່າ​ຕວກ​ກີ​ມີ​ສິດ​ທີ່​ຮັກ​ສາ​ຄວາມ​ປອດ​ໄພ​ຂອງ​ຜືນ​ແຜ່ນ​ດິນ​ແລະ​ເຂ​ດ​ຊາຍ​ແດນ​ຂອງ​ຕົນ, ແຕ່​ຕວກ​ກີ​ຄວນ​ຮັກ​ສາ​ການ​ອົດ​ກັ້ນ​ໄວ້​ໃນ​ການ​ເຄື່ອນ​ໄຫວ​ທາງ​ການ​ທະ​ຫານ​ທີ່​ດຳ​ເນີນ​ຢູ່​ອາ​ຟ​ຣິນ​ທີ່ພາກ​ເໜືອ​ຂອງ​ຊີ​ຣີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ