ຈີນ​ຜະ​ລິດ​ໂທ​ລະ​ສັບ​ມື​ຖື 1 ຕື້ 900 ລ້ານ​ໜ່ວຍ​ໃນ​ປີ ​2017
2018-02-17 15:01:29  cri 

ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ​ຈີນ​ແຈ້ງ​ວ່າ, ປີ​ກາຍ​ນີ້, ການ​ຜະ​ລິດ ແລະ ການ​ສົ່ງ​ອອກ​ຂອງ​ຂະ​ແໜງ​ການອຸ​ປະ​ກອນ​ໂທ​ລະ​ຄົມ​ຂອງ​ຈີນໄດ້​ມີ​ການເຕີບ​ໂຕ​​ຢ່າງ​ໄວ ເຊິ່ງໄດ້​ຜະ​ລິດ​ໂທ​ລະ​ສັບ​ມື​ຖື 1 ຕື້ 900 ລ້ານ​ໜ່ວຍ​ໃນ​ປີ​ 2017, ມູນ​ຄ່າ​ຜະ​ລິດ​ຕະ​ພັນ​ທີ່​ສົ່ງ​ອອກ​ໃນ​ຕົວ​ຈິງ​ເພີ່ມ​ຂຶ້ນ 13,9%.

ປີ​ກາຍ​ນີ້, ​ຂະ​ແໜງ​ການ​ຜະ​ລິດ​ດ້ານ​ຂໍ້​ມູນ​ຂ່າວ​ສານ​ເອ​ເລັກ​ໂດຼນິກ​ຈີນ​ພັດ​ທະ​ນາ​ຢ່າງວ່ອງ​ໄວ, ຈັງ​ຫວະ​ການ​ເຕີບ​ໂຕ​​ດ້ານ​ການຜະ​ລິດ ແລະ ການ​ລົງ​ທຶນ​ແມ່ນ​ຢູ່​ແຖງໜ້າ​ຂອງ​ຂະ​ແໜງ​ການ​ຕ່າງໆ​ຂອງ​ອຸດ​ສາ​ຫະ​ກຳ, ສະ​ພາບ​ການ​ສົ່ງ​ອອກ​ຂາຍນອກ​ກໍ່​ຟື້ນ​​ຕົວ​ດີ​ຂຶ້ນ​ຢ່າງ​ເດັ່ນ​ຊັດ, ປະ​ສິດ​ທິ​ຜົນ​ ແລະ ຄຸ​ນ​ນະ​ພາບ​ຍົກ​ສູງ​ຢ່າງ​ຕໍ່​ເນື່ອງ. ມູ​ນ​ຄ່າ​ເພີ່ມ​ຂຶ້ນ​ຂອງ​ຂະ​ແໜງ​ການ​ຜະ​ລິດ​ດ້ານ​ຂໍ້​ມູນ​ຂ່າວ​ສານ​ເອ​ເລັກ​ໂດຼນິກ​ເພິ່ມ​ຂຶ້ນ 13,8%.

ໃນ​ນັ້ນ, ປະ​ລິ​ມານ​ການ​ຜະ​ລິດ​ສະ​ມາດ​ໂຟນກວມ 74,3% ຂອງ​ການ​ຜະ​ລິດ​ມື​ຖື​ທັງ​ໝົດ, ການ​ຜະ​ລິດ​ເຄື່ອງ​ອຸ​ປະ​ກອນ​ຄອມ​ພີວ​ເຕີ​ຂະ​ໜາດ​ນ້ອຍ​​ໄດ້​ເພີ່ມ​ຂຶ້ນ 6,8%, ​ປະ​ລິ​ມານການ​ຜະ​ລິດໂທ​ລະ​ພາບ​ແບບສະ​ມາດກໍ່​ໄດ້​​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ.

ທ່ານ​ຈ່ຽງ​ເຟີ່ງ ​ຫົວ​ໜ້າວິ​ສາ​ວະ​ກອນ​​ຂອງ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ​ເຕັກ​ໂນ​ໂລ​ຊີຂໍ້​ມູນ​ຂ່າວ​ສານ​ຈີນ​ເຫັນ​ວ່າ, ການ​ປັບ​ປຸງ​ຂະ​ແໜງ​ການ​ຜະ​ລິດ​ດ້ານ​ຂໍ້​ມູນ​ຂ່າວ​ສານ​ເອ​ເລັກ​ໂດຼນິດ​ສຳ​ຄັນຕ້ອງ​ສຸມ​ໃສ່​​ເຕັກ​ນິດ, ຄຸນ​ນະ​ພາບ ແລະ ການ​ສ້າງຍີ່​ຫໍ້​. ຕໍ່​ມາ, ຈີນ​ຈະ​ເນັ້ນ​ການ​ບຸກ​ທະ​ລຸ​ໃນ​ດ້ານ​ເຕັກ​ນິກ​​ແກນ​ກາງສຳ​ຄັນ​ທີ່​ມີ​ລັກ​ສະ​ນະ​ຮ່ວມ, ເພີ່​ມ​ທະ​ວີ​ຄວາມ​ສາ​ມາດ​ປະ​ດິດ​ສ້າງແບບ​ຮ່​ວມ​ໝູ່​ ແລະ ຄວາມ​ສາ​ມາດ​ການນຳ​ໃຊ້​ທີ່​ສົມ​ຄູ່​ກັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ