ປະ​ລິ​ມານ​ຮ້ອງ​ຂໍ​ຂຶ້ນ​ທະ​ບຽນ​ລິ​ຂະ​ສິດ​ການ​ປະ​ດິດ​ສ້າງຂອງ​ຈີນ​ເປັນ​ອັນ​ດັບ​ທີ 1 ໃນ​ໂລກ​ເປັນ​ເວ​ລາ 7 ປີ​ລຽນ​ຕິດ
2018-02-17 15:03:57  cri 

ຫວ່າງມໍ່ໆ​ນີ້, ທ່ານ​ວ້ານ​ກ່າງ ປະ​ທານ​ສະ​ມາ​ຄົມວິ​ທະ​ຍ​າ​ສາດເຕັກ​ນິກ​ຈີນກ່າວ​ວ່າ, ປີ 2017, ​ຈຳ​ນວນງົບ​ປະ​ມານ​ຄົ້ນ​ຄວ້າ ແລະ ​ຜະ​ລິດ​ຂອງ​ຈີນ​ເປັນ​ອັນ​ດັບ​ທີ 2 ໃນ​ໂລກ, ຈຳ​ນ​ວນ​ພະ​ນັກ​ງານທີ່​ເຮັດ​ວຽກ​ການຄົ້ນ​ຄວ້າ​ສະ​ເພາະ​ເປັນ​ອັນ​ດັບ​ທີ 1 ໃນ​ໂລກ, ປະ​ລິ​ມານ​ຮ້ອງ​ຂໍ​ຂຶ້ນ​ທະ​ບຽນ​ລິ​ຂະ​ສິດການ​ປະ​ດິດ​ສ້າງ​ເປັນ​ອັນ​ດັບ​ທີ 1 ໃນ​ໂລກ​ເປັນ​ເວ​ລາ 7 ປີ​​ລຽນ​ຕິດ.

ຕົວ​ເລກທີ່​ກົມສິດ​ຊັບ​ສິນ​ທາງ​ປັນ​ຍາ​ແຫ່ງ​ຊາດ​ຈີນປະ​ກາດ​ໃນ​ຫວ່າງ​ມໍ່ໆ​ນີ້​ສະແດງ​ໃຫ້​ເຫັນ​ວ່າ, ນັບ​ມາ​ຮອດທ້າຍ​ປີ 2017, ປະ​ລິ​ມານ​​ລິ​ຂະ​ສິດ​ການ​ປະ​ດິດ​ສ້າງ​ຂອງ​ຈີນ ​ເຊິ່ງບໍ່​ລວມ​ທັງ​ຮົງ​ກົງ, ມາ​ກາວ ແລະ ໄຕ້​ຫວັນ ແມ່ນ 1 ລ້ານ 3 ແສນ 5 ໝື່ນ 6 ພັນ​​ສະ​ບັບ, ປະ​ລິ​ມານ​ລິ​ຂະ​ສິດ​ການ​ປະ​ດິດ​ສ້າງ​ສະ​ເລ່ຍ​ແຕ່​ລະ​ໝື່ນ​ຄົນ​ແມ່ນ 9,8 ​ສະ​ບັບ.

ຜູ້​ຊ່ຽວ​ຊານ​ວິ​ເຄາະ​ເຫັນ​ວ່າ, ໃນ​ຫຼາຍ​ປີ​ມໍ່ໆ​ມາ​ນີ້, ປະ​ລິ​ມານ​ລິ​ຂະ​ສິດ​ການ​ປະ​ດິດ​ສ້າງ​ຂອງ​ຈີນ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ໝັ້ງ​ທ່ຽງ, ໂດຍ​ສະ​ເພາະ​ຢູ່​ເຂດ​ຈຸດ​ໜັກ​ແຫ່ງ​ລັດ ຄື, ເຂດ​ບໍ​ລິ​ເວນນະ​ຄອນ​ຫຼວງ​ປັກ​ກິ່ງ-ນະ​ຄອນທ່ຽນ​ສິນ-​ແຂວງ​ເຮີ​ເປ ພ້ອມ​ທັງ​ແລວ​ທາງ​ເສດ​ຖະ​ກິດ​ແມ່​ນ້ຳ​ຢາງຊີ​ກຽງ, ​ມີ​ສະ​ພາບ​ການ​ຈັດ​ສັນ​ຮ້ອງ​ຂໍ​ລິ​ຂະ​ສິດ​ເປັນ​ຢ່າງ​ດີ. ນອກ​ນີ້, ​ການຜູ້​ຮ້ອງ​ຂໍ​ຂຶ້ນ​ທະ​ບຽນ​ລິ​ຂະ​ສິດ​ການ​ປະ​ດິດ​ສ້າງ​ຢູ່​ຕ່າງ​ປ​ະ​ເທດ​ຂອງ​ຈີນ​ກໍ່​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ໝັ້ນ​ທ່ຽງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ