ປະ​ທານ​ຄະ​ນະ​ກຳ​ມາ​ທິ​ການ​ສະ​ຫະ​ພາບ​ເອີ​ຣົບ​ກ່າວ​ວ່າ​ຄວນ​ປັບ​ລະ​ບຽບ​ການ​ຕັດ​ສິນ​ນະ​ໂຍ​ບາຍ​ດ້ານ​ການ​ປ້ອງ​ກັນ​ແລະ​ຄວາມ​ໝັ້ນ​ຄົງ​ຂອງ​ສະ​ຫະ​ພາບ​ເອີ​ຣົບ​ໃຫ້​ກະ​ທັດ​ຮັດ
2018-02-18 12:11:35  cri 
ຕາມ​ຂ່າວ CRI: ວັນ​ທີ 17 ກຸມ​ພານີ້, ທ່ານ​ຈີນ ຄຼອດ ຈູນ​ເຄີ ປະ​ທານ​ຄະ​ນະ​ກຳ​ມາ​ທິ​ການ​ສະ​ຫະ​ພາບ​ເອີ​ຣົບ​ໄດ້​ກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປະ​ຊຸມ​ຄວາມ​ໝັ້ນ​ຄົງ​ມູ​ນິດ​ເຢຍ​ລະ​ມັນ​ວ່າ: ສະ​ຫະ​ພາບ​ເອີ​ຣົບ​ຄວນ​ປັບ​ລະ​ບຽນ​ການ​ຕັດ​ສິນ​ນະ​ໂຍ​ບາຍ​ດ້ານ​ການ​ປ້ອງ​ກັນ​ຮ່ວມ​ແລະ​ຄວາມ​ໝັ້ນ​ຄົງ​ໃຫ້​ກະ​ທັດ​ຮັດ. ທ່ານ​ກ່າວ​ວ່າ: ລະ​ບຽບ​ການຕັດ​ສິນ​ນະ​ໂຍ​ບາຍ​ດ້ານ​ການ​ປ້ອງ​ກັນ​ຮ່ວມ​ແລະ​ຄວາມ​ໝັ້ນ​ຄົງ​ຂອງ​ສະ​ຫະ​ພາບ​ເອີ​ຣົບ​ບໍ່​ຄວນ​ສືບ​ຕໍ່​ປະ​ຕິ​ບັດ​ຕາມ​ຫຼັກ​ການ​ທີ່"ຮັບ​ຮອງ​ຢ່າງ​ເປັນ​ເອ​ກະ​ພາບ​ກັນ", ຫາກ​ຄວນ​ປະ​ຕິ​ບັດ​ຕາມ​ຫຼັກ​ການທີ່"ຕ້ອງ​ໄດ້​ຮັບ​ບັດ​ເຫັນ​ດີ​ຈາກ​ສະ​ມາ​ຊິກ​ສ່ວນ​ຫຼາຍ"ເພື່ອ​ເຮັດ​ໃຫ້​ລະ​ບຽບ​ການ​ຕັດ​ສິນ​ນະ​ໂຍ​ບາຍ​ເປັນ​ແບບ​ກະ​ທັດ​ຮັດ ແລະ​ຍົກ​ສູງ​ປະ​ສິດ​ທິ​ພາບ​ຕັດ​ສິນ​ນະ​ໂຍ​ບາຍ. ທ່ານ​ຈູນ​ເຄີ​ຍັງ​ຮຽກ​ຮ້ອງ​ໃຫ້ປັບ​ລະ​ບຽບ​ການ​ເກັບ​ຊື້​ຍຸດ​ໂທ​ປະ​ກອນ​ຂອງ​ສະ​ຫະ​ພາບ​ເອີ​ຣົບ​ໃຫ້​ກະ​ທັດ​ຮັດ, ເພີ່ມ​ງົບ​ປະ​ມານ​ໃຊ້​ເຂົ້າ​ໃນການ​ຄົ້ນ​ຄວ້າໃນຂົງ​ເຂດ​ປ້ອງ​ກັນ.

ກອງ​ປະ​ຊຸມ​ຄວາມ​ໝັ້ນ​ຄົງ​ມູ​ນິດ​ຄັ້ງ​ທີ 54 ທີ່​ດຳ​ເນີນ​ເປັນ​ເວ​ລາ 3 ວັນ​ໄດ້​ໄຂ​ຂຶ້ນ​ໃນ​ວັນ​ທີ 16 ກຸມ​ພານີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ