ແມັກ​ຊິກ​ເກີດ​ແຜ່ນ​ດິນ​ໄຫວ 7.2 ຂັ້ນ​ລິກ​ເທີ,ແລະເກີດ​ແຮງ​ສັ່ນ​ສະ​ເທືອນ​ຕາມ​ມາ 200 ກວ່າ​ເທື່ອ
2018-02-18 15:31:01  cri 
ຕອນ​ບ່າຍ​ວັນ​ທີ 16 ກຸມ​ພານີ້ຕາມ​ເວ​ລາ​​​ທ້ອງ​ຖິ່ນ, ຢູ່​ເຂດ​ທະ​ເລ​ພາກ​ໃຕ້​ຂອງ​ແມັກ​ຊິກ​ໄດ້​ເກີດ​ແຜ່ນ​ດິນ​ໄຫວລະ​ດັບ 7.2 ຂັ້ນ​ລິກ​ເທີ. ຕາມ​ຂ່າວ​ຫຼ້າ​ສຸດ​ຈາກ​ກົມ​ແຜ່ນ​ດິນ​ໄຫວ​ແຫ່ງ​ຊາດ​ແມັກ​ຊິກ, ນັບ​ມາ​ຮອດ​ເວ​ລາ 22:30 ຕາມ​ເວ​ລາ​ທ້ອງ​ຖິ່ນ, ໄດ້​ເກີດ​​ແຮງ​ສັ່ນ​ສະ​ເທືອນ​ຕາມ​ມາ​ອີກ 225 ເທື່ອ, ໃນ​ນັ້ນ​ມີ​ເທື່ອເຖິງລະ​ດັບ 5.9 ລິກ​ເທີ.

ແມັກ​ຊິກ​ຕັ້ງ​ຢູ່​ພາກ​ຕາ​ເວັນ​ອອກ​ທາງຂອງ​ແຖບ​ແຜ່​ນ​ດິນ​ໄຫວ​ມະ​ຫາ​ສະ​ໝຸດ​ປາ​ຊິ​ຟິກ ​ແລະ​ຢູ່ບ່ອນ​ໄຂວ່​ກັນ​ລະ​ຫວ່າງມະ​ຫາ​ສະ​ໝຸດ​ປາ​ຊິ​ຟິກ, ແຜ່ນ​ດິນທະ​ວີບ​ອາ​ເມ​ລິ​ກາ​ເໜືອ​, ​ແລະ​ທະ​ເລກາ​ເລີ​ປີ ​ເຊິ່ງ​ເປັນເຂດ​ໜຶ່ງທີ່​ມັກ​ເກີດ​ແຜ່ນ​ດິນ​ໄຫວ​ເລື້ອຍໆ. ​ເດືອນ​ກັນ​ຍາ​ປີ​ກາຍນີ້, ຢູ່​ລັດຈາ​ພັ​ສ ທາງ​ພາກຕາ​ເວັນ​ອອກ​ສຽງ​ໃຕ້​ແລະ​ລັດ​ໂມ​ເຣ​ໂ​ລ​ສ​ທາງ​ພາກ​ກາງ​ຂອງ​ແມັກ​ຊິກ​ຕ່າງ​ໄດ້​ເກີດ​ແຜ່ນ​ດິນ​ໄຫວ​ລະ​ດັບ 8.2 ຂັ້ນ​ລິກ​ເທີ ແລະ​ລະ​ດັບ 7.1 ຂັ້ນ​ລິກ​ເທີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ