ກະ​ຊວງ​ຍຸດ​ຕິ​ທຳ​ອາ​ເມ​ລິ​ກາ:ຄົນ​ຣັດ​ເຊຍ 13 ຄົນແລະອົງ​ການຈັດ​ຕັ້ງ​ຣັດ​ເຊຍ 3 ອົງ​ການ​​​ຖືກ​ກ່າວ​ຫາຍ້ອນຖືກ​ສົງ​ໄສ​ແຊກ​ແຊງ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ
2018-02-18 14:37:39  cri 

ວັນ​ທີ 16 ກຸມ​ພາ​ນີ້, ກະ​ຊວ​ງ​ຍຸດ​ຕິ​ທຳ​ອາ​ເມ​ລິ​ກາ​ປະ​ກາດ​ສຳ​ນວນ​ຟ້ອງ​ສະ​ບັບ​ໜຶ່ງ, ​ໂດຍ​ໄດ້​ກ່າວ​ຫາພົນ​ລະ​ເມືອງ​ຣັດ​ເຊຍ 13 ຄົນແລະອົງ​ການ​​ຈັດ​ຕັ້ງຣັດ​ເຊຍ 3 ອົງ​ການ​​ຍ້ອນຖືກ​ສົງ​ໄສ​ແຊກ​ແຊງ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ.

ອີງ​ຕາມ​ສຳ​ນວນ​ຟ້ອງ, ອົງ​ການຈັດ​ຕັ້ງ​ຣັດ​ເຊຍ​ແຫ່ງ​ໜຶ່ງ​ທີ່​ມີ​ຊື່​ວ່າ 'ບໍ​ລິ​ສັດ​ອົງ​ການ​ຄົ້ນ​ຄວ້າ​ອິນ​ເຕີ​ເມັດ​ກຳ​ຈັດ' ຖືກ​ສົງ​ໄສ​ວ່າ​ແຊກ​ແຊງ​ການ​ເລືອ​ກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ໃນ​ປີ 2016 ໂດຍ​ຜ່ານ​ການ​ເຄື່ອນ​ໄຫວ​ທາງ​ອິນ​ເຕີ​ເນັດ ເຊິ່ງ​ລວມ​ທັງສື່​ສັງ​ຄົມ​ແລະ​ອື່ນໆ. ສຳ​ນວນ​ຟ້ອງ​ຂຽນ​ວ່າ, ​ຈຸດ​ປະ​ສົງ​ຂອງການ​ກະ​ທຳ​ ເຫຼົ່າ​ນີ້​ແມ່ນ​ເພື່ອ​ກໍ່​ຄວາມ​ວຸ້ນ​ວາຍ​ພາຍ​ໃນລະ​ບົບ​ການ​ເມືອງອາ​ເມ​ລິ​ກາ​ໃຫ້​ຜິດ​ກັນ.

ຕໍ່​ເລື່ອງ​ນີ້, ທ່ານ​ນາງ​ມາ​ເຣຍ ຊາ​ຮາ​ໂຣ​ວາ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ​ກ່າວ​ໃນ​ສື່​ສັງ​ຄົມ​ວ່າ, ຄຳ​ກ່າວ​ຫາ​ຕໍ່​ຣັດ​ເຊຍ​ດັ່ງ​ກ່າວ​ແມ່ນ​ໄຮ້​ເຫດ​ຜົນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ