ທ່ານ​ນາງ​ຟູ້​​ຢິງ​ຮຽກ​ຮ້ອງ​ໃຫ້​ປະ​ເທດ​ຕ່າງໆ​ຈົ່ງ​ຮ່ວມ​ກັນ​ຊຸກ​ຍູ້​ການ​​ຄວບ​ຄຸມ​ນິວ​ເຄຼຍ​ຂອງ​ໂລກ
2018-02-19 16:57:09  cri 
ຕາມ​ຂ່າວ CRI: ກອງ​ປະ​ຊຸມ​ຄວາມ​ໝັ້ນ​ຄົງ​ມິວນິກ​ຄັ້ງ​ທີ 54 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ມິວ​ນິກ​ປະ​ເທດ​ເຢຍ​ລະ​ມັນ​ແຕ່​ວັນ​ທີ 16 ຫາ​ວັນ​ທີ 18 ກຸມ​ພາ​ນີ້, ທ່ານ​ນາງ​ຟູ້​ຢິງ ​ປະ​ທານ​ກຳ​ມາ​ທິ​ການ​​ການ​ຕ່າງ​ປະ​ເທດ​ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ໄດ້​ຕາງ​ໜ້າ​ຈີນ​ເຂົ້າ​ຮ່ວມກອງ​ປະ​ຊຸມ.

ໃນກອງ​ປະ​ຊຸມ​​ຄົບ​ຄະ​ນະ​ເວ​ທີ​ປຶກ​ສາ​ຫາ​ລື​ທີ່​ເນັ້ນ​ຫົວ​ຂໍ້ "ຄວາມ​ໝັ້ນ​ຄົງດ້ານ​ນິວ​ເຄຼຍ​ທີ່​​ສູນ​ເສຍ​ການ​ຄວບ​ຄຸມ", ທ່ານ​ນາງ​ຟູ້​ຢິງ​ໄດ້​ກ່າວ​ປາ​ໄສ​ໂດຍ​ຊີ້​ໃຫ້​ເຫັນ​ວ່າ, ອາ​ວຸດ​ນິວ​ເຄຼຍ​ຍັງ​ແມ່ນ​ອາ​ວຸດ​ທີ່​ມີ​ແສນ​ຍາ​ນຸ​ພາບ​ລ້າງ​ຜານ​ສູງ​ທີ່​ສຸດ​ໃນ​ໂລກ​ປັດ​ຈຸ​ບັນ, ປະ​ເທດ​ຕ່າງໆ​ຄວນ​ໃຊ້​ທ່າ​ທີ​ມີ​ຄວາມ​ຮັບ​ຜິດ​ຊອບ​ເພື່ອ​ຊຸກ​ຍູ້​​ການ​ຄວບ​ຄຸມ​ນິວ​ເຄຼຍ​ຂອງ​ໂລກ.

ທ່ານ​ນາງ​ຟູ້​ຢິງ​ກ່າວ​ຕື່ມ​ວ່າ, ຈີນ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ທີ່​ບໍ່​ໃຊ້​ອາ​ວຸດ​ນິວ​ເຄຼຍ​ກ່ອນ​​ຜູ້​ອື່ນ​ບໍ່​ວ່າໃນ​ເວ​ລາ​ໃດ​ແລະ​ໃນສະ​ພາບ​ການ​ໃດໆ, ແລະ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຢ່າງ​ບໍ່​ມີ​ເງື່ອນ​ໄຂ​ທີ່​ບໍ່​ໃຊ້​ອາ​ວຸດ​ນິວ​ເຄຼຍ​ຫຼື​ຂົ່ມ​ຂູ່​ການ​ໃຊ້​ອາ​ວຸດ​ນິວ​ເຄຼຍ​ຕໍ່​ປະ​ເທດ​ແລະ​ເຂດ​ແຄວ້ນ​ທີ່​ບໍ່​ມີ​ອາ​ວຸດ​ນິວ​ເຄຼຍ. ​ນອກ​ນີ້​ຈີນມີ​ຈຸດ​ຢືນ​ທີ່​ຫ້າມ​ໃຊ້​ແລະ​ທຳ​ລາຍ​ອາ​ວຸດ​ນິວ​ເຄຼຍ​ຢ່າງ​ເຖິງ​ຖອງ​ແລະ​ຮອບ​ດ້ານ​​ມາ​ໂດຍຕະ​ຫຼອດ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ