ງາ​ງສາຍ​ຮູບ​ເງົາ​ຈີນ​​ຈັດ​ຂຶ້ນ​ຢູ່​ມຽນມາ
2018-02-19 18:21:02  cri 
​ງານ​ສາຍ​ຮູບ​ເງົາ​ຈີນທີ່​ມີສະຖານທູດ​ຈີນ​ປະຈຳ​ມຽນມາ​ເປັນ​ເຈົ້າ​ພາບ​ໄດ້​ຈັດຂຶ້ນ​ຢູ່​ນະຄອນ​ຢາງ​ກຸ້ງ​ປະ​ເທດມຽນມາ​ໃນວັນ​ທີ 17 ກຸ​ມພາ​ນີ້ ໂດຍ​ຮູບ​ເງົາ​ຈີນ​​ທີ່​ພາກ​ສຽງ​ເປັນ​ພາສາ​ມຽນມາ​​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຈາກຜູ້​ຊົມ​ທັງຫຼາຍ.

ງານ​ສາຍຮູບ​ເງົາຈີນ​ຄັ້ງ​ນີ້​ຮ່ວມ​ຈັ​ດຂຶ້ນ​ໂດຍ​ສະຖານທູດ​ຈີນ​ປະຈຳ​ມຽນມາ ​ແລະຄະນະ​ໂຄສະນາ​ອົບຮົມມຽນມາ, ທ່ານ​ຮົງ​ລ້ຽງ ​ເອກອັກຄະ​ລັດຖະທູດ​ຈີນ​ປະຈຳ​ມຽນມາ​ກ່າວ​ວ່າ: ​ໃນ​ອະນາຄົດ​ຈະ​ຈັດ​ກິດຈະກຳ​ສາຍ​ຮູບ​ເງົາ​ຈີນ​ຄື​​ແນວນີ້​​ເປັນ​ປະຈຳ.

ທ່ານ​ເປ​ມິນ ຫົວໜ້າ​ຄະນະໂຄສະນາ​ອົບຮົມມຽນມາ​ກ່າວ​ວ່າ: ​ໂດຍ​ຜ່ານ​ການ​ເບິ່ງ​ຮູບ​ເງົາ​ຈີນ, ປະຊາຊົນ​ມຽນມາຈະ​ສາມາດ​ເຂົ້າ​ໃຈການ​ກະທຳ ​ແລະ​ຄວາມ​ຄິດຂອງ​ປະຊາຊົນ​ຈີນ​​ໄດ້ຢ່າງ​​ເລິກ​ເຊິ່ງ ​ແລະ​ຮັດ​ແໜ້ນໄມຕີ​ຈິດ​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ.

ທ່ານ​ຮົງ​ລ້ຽງ ​ແລະ​ທ່ານ​ເປ​ມິນ​ກໍ​ກ່າວ​ວ່າ: ຖ້າ​ມີ​ໂອກາດ​ກໍຈະ​ນຳ​ເອົາຮູບ​ເງົາ​ທີ່​ດີ​ຂອງມຽນມາ​ໄປ​ສາຍ​ໃຫ້ປະຊາຊົນ​ຈີນ​ເບິ່ງ.

ກິດຈະກຳ​ສາຍ​ຮູບ​ເງົາ​ຈີນ​ເທື່ອ​ນີ້​ຈະ​ດຳ​ເນີນ​ເປັນ​ເວລາ 1 ອາທິດ​ຢູ່​ເທດສະບານ​ຂອງ 11 ​ແຂວງ​ ​ແລະລັດ ​ເຊັ່ນ ​ນະຄອນ​ມັນ​ດາ​​ເລ, ຕອງ​ກີ ​ແລະນະຄອນຫຼວງ​ເນ​ປີ​ດໍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ