​ວັນຂຶ້ນ 3 ​ຄ່ຳເດືອນ​ຈຽງ​ຕາມ​ຈັນທະຄະຕິ​ຈີນ​​ທົ່ວ​ປະ​ເທດໄດ້​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽງ 73 ລ້ານ​ເທື່ອ​ຄົນ
2018-02-19 18:24:09  cri 
ຕາມ​ການຄິດ​ໄລ​ໂດຍ​ລວມຂອງ​ສູນ​ຂໍ້​ມູນ​ອົງ​ການທ່ອງທ່ຽວ​ແຫ່ງ​ຊາດ​ຈີນ, ວັນ​ທີ 18 ກຸມພາ​ນີ້, ທົ່ວ​ປະ​ເທດ​ຈີນ​ໄດ້​ຕ້ອນຮັບນັກ​ທ່ອງ​ທ່ຽວ 73 ລ້ານ​ເທື່ອ​ຄົນ, ​ເພີ່ມ​ຂຶ້ນ 15,3% ທຽບ​ໃສ່​ໄລຍະ​ດຽວ​ກັນຂອງ​ປີຜ່ານມາ ​ສ້າງລາຍ​ຮັບ​​ໄດ້​ເຖິງ 94,4 ຕື້​ຢວນ, ​ເພີ່ມ​ຂຶ້ນ 16,6% ທຽບ​ໃສ່​​ໄລ​ຍະ​ດຽວ​ກັນຂອງ​ປີຜ່ານມາ. ​ມາ​ຮອດ​ວັນ​ດັ່ງກ່າວ, ຈຳນວນ​ນັກ​ທ່ອງ​ທ່ຽວ​ສືບ​ຕໍ່​ເພີ່ມຂຶ້ນ, ກຸ່ມ​ຄົນ​ໂດຍສານ​ຢ້ຽມຢາມ​ຄອບຄົວ ​ແລະ​ທ່ອງ​ທ່ຽວ​​ເປັນ​ໄລຍະ​ທາງ​ທີ່​ສັ້ນ​ກໍເພີ່ມຂຶ້ນ​ຢ່າງ​ຕໍ່​ເນື່ອງ.

​ນອກ​ນີ້, 4 ມື້​ທຳ​ອິດ​​ໄລຍະ​ບຸນ​ກຸດ​ຈີນ, ທົ່ວ​ປະ​ເທດ​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ 287 ລ້ານ​​ເທື່ອ​ຄົນ, ​ເພີ່ມ​ຂຶ້ນ 11,1% ທຽບ​ໃສ່​ໄລຍະ​ດຽວ​ກັນຂອງ​ປີຜ່ານມາ ​ສ້າງລາຍ​ຮັບ​​ໄດ້​ເຖິງ 352,7 ຕື້​ຢວນ, ​ເພີ່ມ​ຂຶ້ນ 11,6% ທຽບ​​ໃສ່​ໄລຍະ​ດຽວ​ກັນຂອງ​ປີຜ່ານມາ. ​ຂະນະ​ທີ່ແຂວງ​ຕ່າງໆທີ່​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ຫຼາຍ​ແຕ່ອັນ​ດັບ​ທີ 1 ຫາ​ທີ 10 ​ແມ່ນ​ແຂວງ​ເສ​ສວນ, ກວາງ​ຕຸ້ງ, ຮູ​ນານ, ຈ່ຽງຊູ່, ​ເຮີ​ນານ, ອ່ານ​ຮຸ່ຍ, ຊ່ານ​ຕົ່ງ, ຮູ​ເປີ​ຍ, ​ເຂດກວາງ​ຊີ່ ​ແລະ​ແຂວງ​ສານ​ຊີ່​ຕາມ​ລຳດັບ ​ເຊິ່ງ​ກວມ​ເອົາ 63,83% ຂອງ​ນັກ​ທ່ອງ​ທ່ຽວ​ທັງ​ໝົດ​ໃນ​ທົ່ວ​ປະ​ເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ