ເມືອງເມີ້ງ​ລຽນ​ຈັດ​ກິດ​ຈະ​ກຳອວຍ​ພອນ​ປີ​ໃໝ່​ຈີນທີ່​ມີ​ສີ​ສັນ​ພິ​ເສດ​ທ້ອງ​ຖິ່ນ
2018-02-19 15:22:23  cri 

ຕາມ​ຂ່າວCRI: ​ເວ​ລາ 14 ໂມງ​ຂອງວັນ​ທີ 18 ກຸມ​ພາ​ນີ້, ປະ​ຊາ​ຊົນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຈາກ​ຕາ​ແສງ​ຕ່າງໆ ເມືອງປົກ​ຄອງ​ຕົນ​ເອງ​ເຜົ່າ​ໄ​ທ​​ລື້​ເຜົ່າ​ລ່າ​ຮູ້​ແລະ​ເຜົ່າ​ຫວາ​ເມີ້ງ​ລຽນ​​ທີ່​ຂຶ້ນ​ກັບເມືອງ​ພູ​ເອີ ແຂວງ​ຢູນ​ນານ​ໄດ້​ເຕົ້າ​ໂຮມ​​ກັນຢູ່​ເດີ່ນ​ໃຫຍ່​ອົງ​ການ​ປົກ​ຄອງ​ເມືອງ, ເພື່ອ​ເຂົ້າ​ຮ່ວມກິດ​ຈະ​ກຳອວຍ​ພອນ​ບຸນ​ກຸດ​ຈີນ ພ້ອມ​ກັນ​ສະ​ຫຼອງ​ປີ​ໃໝ່.

ຜູ້​ຕາງ​ໜ້າ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຕ່າງໆ​​ໄດ້ມອບ​ຂອງຂວັນ​ຂອງ​ຕົນ ​ເຊັ່ນ, ເຫຼົ້າ​​ເຂົ້າ​ທີ່​ກັ່ນ​ຜະ​ລິດ​ເອງ, ສັດ​ລ້ຽງ​ທີ່​ລ້ຽງ​ເອງ ແລະ ໝາກ​ໄມ້​ທີ່​ປູກເອງ​ໃຫ້​ແກ່​ບັນ​ດາຜູ້​ນຳເມືອງ​ເມີ້ງ​ລຽນ, ຜູ້​ນຳ​ເມືອງ​​ຕ່າງ​ກໍ່​ມອບຂອງ​ຂວັນ​​ຂອງ​ຕົນ​ຄືນຕາມ​ລຳ​ດັບ ທັງມອບອັ້ງ​ເປົາໃຫ້​ແກ່​ປະ​ຊາ​ຊົນ​ຊົນ​ເຜົ່າ​ຕ່າງໆ.

ຫຼັງ​ຈາກ​ນັ້ນ, ປະ​ຊາ​ຊົນ​ຊົນ​ເຜົ່າ​ຕ່າງໆ​ ເຊັ່ນ,ເຜົ່າ​ໄທ​ລື້, ເຜົ່າ​ລ່າ​ຮູ້, ເຜົ່າ​ຫວາ, ເຜົ່າ​ຮາ​ນີ ແລະ ເຜົ່າ​ຈີງ​ໂພ່ ໄດ້​ຮ່ວມ​ກັນເສບ​ດົນ​ຕີ​ພື້ນ​ເມືອງ, ຟ້ອນ​ລຳ​ທຳ​ເພງ ເພື່ອ​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ພັກ ແລະ ລັດ.

ກິດ​ຈະ​ກຳ​ສະ​ຫຼອງ​ປີ​ໃໝ່​ໄດ້​ດຳ​ເນີນຈົນ​ຮອດ 16 ໂມງ​​ໂດຍ​ມີປະ​ຊາ​ຊົນ​ຫຼາຍ​ຮ້ອຍ​ຄົນເຂົ້າ​ຮ່ວມ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ