ແຂວງນະ​ຄອນ​ສະ​ຫວັນ​ໄທ​ຈັດ​ເທດ​ສະ​ການ​ອາ​ຫານ​ຈີນ
2018-02-19 15:32:20  cri 

ຕາມ​ຂ່າວCRI: ກິດ​ຈະ​ກຳ​ພັນ​ຄົນ​ຊິມ​ອາ​ຫານ​ຈີນ​ໄດ້ຈັດ​ຂຶ້ນ​ຢູ່​​ແຂວງນະ​ຄອນ​ສະ​ຫວັນ​ໄທ​ໃນ​ຕອນ​ຄ່ຳ​ວັນ​ທີ 18 ກຸມ​ພາ​ນີ້​ໂດຍຄະ​ນະພໍ່​ຄົວທີ່​ມາ​ຈາກ​ເມືອງນີງ​ໂປ່ ແຂວງ​ເຈີ້​ຈ່ຽງ​ສ.ປ.​ຈີນ​ໄດ້​ແຕ່ງ​ອາ​ຫານ​ແບບ​ພາກ​ໃຕ້​ຈີນ​ໃຫ້​ແກ່​ປະ​ຊາ​ຊົນ​ໄທ ເຊິ່ງ​ມີ​ພັນ​ກວ່າ​ຄົນ​ເຂົ້າ​ຮ່ວມ.

ທ່ານ​ວິ​ສະ​ນຸ ເຄືອ​ງາມ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​​ກໍ່ເຂົ້າ​ຮ່ວມ​ກິດ​ຈະ​ກຳດັ່ງ​ກ່າວ, ທ່ານກ່າວ​ວ່າ, ຄະ​ນະ​ພໍ່​ຄົວ​ເທື່ອ​ນີ້​ແມ່ນ​ກະ​ຊວງວັດ​ທະ​ນະ​ທຳ​ຈີນ​ຄັດເລືອກ​​ແລະ​ສ້າງ​ຕັ້ງ​ຂຶ້ນ ເພື່ອ​ໃຫ້​ປະ​ຊາ​ຊົນ​ໄທ​ໄດ້​ຊິມ​ອາ​ຫານ​ທີ່​ເຄີຍ​ອຳ​ນວຍ​ໃຫ້​ກອງ​ປະ​ຊຸມ​ສຸດຍອດ G20 ເມືອງ​ທັງ​ໂຈ່ວ, ​ຂະ​ນະ​ທີ່​ຕົນ​ກໍ່​ມາ​ຊິມ​ອາ​ຫານ​ຫຼັງ​ໄດ້​ຮູ້​ຂ່າວ​ດັ່ງ​ກ່າວ. ກິດ​ຈະ​ກຳ​ສະ​ຫຼອງ​ບຸນ​ກຸດ​ຈີນ​ຂອງ​ນະ​ຄອນ​ສະ​ຫວັນ​ໄດ້​​ມີ​ປະ​ຫວັດ 102 ປີ​ແລ້ວ, ນີ້ແມ່ນ​ຜົນ​​ທີ່​ຊາວ​ຈີນ​ຢູ່​ໄທ ແລະ ປະ​ຊາ​ຊົນ​ໄທ​ສາ​ມັກ​ຄີກັນ, ຢູ່​ປອງດອງ​ກັນ ແລະ ຮ່ວມ​ຈິດ​ຮ່ວ​ມ​ໃຈກັນ. ລັດ​ຖະ​ບານ​ຈີນ ແລະ ໄທ​​ຮ່ວມກັນ​ຈັດ​ກິດ​ຈະ​ກຳ​ສະ​ຫຼອງ​ບຸນ​ກຸດ​ຈີນ, ກໍ​ເປັນ​ການ​​ສະ​ແດງ​ໃຫ້​ເຫັນ​ເຖິງໄທ-ຈີນ​ບໍ່​ແມ່ນ​ໃຜ​ອື່ນ​ໄກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ