ສຳ​ຄັນ​ຕ່າງໆ​ໃນ​ພາ​ສາ​ຈີນ​ໄດ້​ຮັບ​ຄວາມ​ຮັບ​ຮູ້​ຫຼາຍ​ຍິ່ງ​ຂຶ້ນ​ໃນ​ໂລກ
2018-02-19 15:52:56  cri 

ຫວ່າງ​ມໍ່ໆ​ມາ​ນີ້, ​ກຸມ​ພິມ​ຈຳ​ໜ່າຍ​ສາ​ກົນ​ຈີນ ຫຼື CIPG ​ໄດ້​ເປີດ​ເຜີຍ "ບົດ​ລາຍ​ງານ​ສຳ​ຫຼວດ​ຄວາມ​ຮັບ​ຮູ້​ພາ​ສາ​ຈີນ​ຢູ່​ຕ່າງ​ປະ​ເທດ" ຄັ້ງ​ທຳ​ອິດ, ໂດຍສະ​ແດງ​ໃຫ້​ເຫັນ​ວ່າ, ນັບ​ແຕ່ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​​ທົ່ວ​ປະ​ເທດ​ຂອງພັກ​ກອມ​ມູນິດຈີນ​ຄັ້ງ​ທີ 18 ຈີ​ເປັນ​ຕົ້ນ​ມາ​ມີ​ສຳ​ຄັນ​ທາງ​ການ​ເມືອງ​ເກີດ​ຂຶ້ນ​ໃໝ່​ຢ່າງ​ຫຼວງ​ຫຼາຍ​ເປັນ​ຕົ້ນ "ຄວາມ​ຝັນ​ຈີນ","ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ","ສະ​ມາ​ຄົມຮ່ວມ​ຊາ​ຕາ​ກຳ" ​"ການ​ຕ້ານ​ການສໍ້​ລາດ​ບັງ​ຫຼວງ"​ແລະ​ອື່ນໆ ໂດຍປະ​ຊາ​ຄົມ​ໂລກ​ນັບ​ມື້​ນັບ​ຮັບ​ຮູ້ ແລະ ເຂົ້າ​ໃຈ​​ຫຼາຍ​ຍິ່ງ​ຂຶ້ນ, ເສັ້ນ​ທາງ​ຂອງ​ຈີນ ແລະ ແຜນ​ການ​​ຂອງຈີນ​ກໍ່​ນັບ​ມື້​ນັບ​ຖືກ​ຮັບ​ຮູ້​​ຈາກ​ປະ​ຊາ​ຊົນ​ທົ່ວ​ໂລກ.

ໃນ​ບົດ​ລາຍ​ງານ​ດັ່ງ​ກ່າວ, ​ຄຳ​ສັບ​ທີ່​ອອກ​ສຽງ​ຕາມສະ​ກົດ​​ພາ​ສາ​ຈີນ​ກວມ​ເກືອບ 50%, ມີ​ຈຳ​ນວນ​ຫຼາຍ​ທີ່​ສຸດ. ນີ້​ໝາຍ​ຄວາມ​ວ່າ, ຄຳ​ສັບ​ຕ່າງໆ​ໃນ​ພາ​ສາຈີນ​ທີ່​ແປ​ເປັນ​ພາ​ສາ​ອັງ​ກິດ​ໃນ​ແຕ່​ກ່ອນ​​ດຽວ​ນີ້ເລິ່ມ​​ແປ​ຕາມ​ການ​ອອກ​ສຽງ​ຂອງ​ພາ​ສ​າ​ຈີນ​ໂດຍ​ກົງ​ແລ້ວ, ໃນ​ນັ້ນ, ​ຄຳ​ສັບ​ຕ່າງໆ​ຈາກວັດ​ທະ​ນະ​ທຳ​​ດັ້ງ​ເດີມ​ຂອງ​ຈີນ​ມີ​ຈຳ​ນວນ​ຫຼາຍ​ກວ່າ​ໝູ່ ເປັນ​ຕົ້ນ, "Kongzi​ ຫຼື​ຂົງ​ຈື້","Chunjie ຫຼື​ບຸນ​ກຸດ​ຈີນ","Zhongqiu ຫຼື​ບຸນ​ໄຫວ້​ພະ​ຈັນ","Shaolin(ຊ້າວ​ຫຼິນ)","Gongfu ຫຼື ກັ່ງ​ຟູ". ຜູ່​ຊ່​ຽວ​ຊານ​ວິ​ເຄາະ​ເຫັນ​ວ່າ, ຄຽງ​ຄູ່​ກັບ​ປະ​ເພ​ນີ​ວັນ​ບຸນ​ຂອງ​ຈີນ, ແນວ​ຄິດ​ຄົນ​ບູ​ຮານບຸນ ແລະ ອາ​ຫານ​ພື້ນ​ເມືອງ​ຈີນ​ນັບ​ມື້​ນັບ​ມີ​ຜົນ​ສະ​ທ້ອນ​ຕໍ່​ທົ່ວ​ໂລກ​ຫຼາຍ​ຂຶ້ນ, ​ວິ​ຖີ​ຊີ​ວິດ​, ຮູບ​ການ​ແນວ​ຄິດ ແລະ ​ການ​ປາກພາ​ສາ​ຂອງ​ຄົນ​ຈີນ​ກໍ່​ຄ່ອຍໆມີຜົນ​ສະ​ທ້ອນ​ຕໍ່​ທົ່ວ​ໂລກຫຼາຍ​ຂຶ້ນ​ເຊັ່ນ​ກັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ