​​ເຢຍລະ​ມັນ​ບໍ່​ໄດ້ຈຳກັດການ​ອອກ​ວີຊາ​​ໃຫ້​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ກຳປູ​ເຈຍ
2018-02-20 14:52:32  cri 
​ຕໍ່​ກໍລະນີ​ທີ່​ສື່​ມວນ​ຊົນ​ກຳ​ປູ​ເຈຍ​​ລາຍ​ງານວ່າ ເຢຍລະ​ມັນ​ຈຳ​ກັດ​ການ​ອອກ​ວີ​ຊາ​​ໃຫ້​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງກຳປູ​ເຈຍ ພ້ອມ​ຄອບຄົວ ວັນ​ທີ 19 ກຸ​ມພາ​ນີ້, ​ໂຄສົກ​ກະຊວງ​ການຕ່າງປະ​ເທດ ​ແລະ​ການ​ຮ່ວມ​ມື​ສາກົນ​ກຳ​ປູ​ເຈຍ​​ໄດ້ປະຕິ​ເສດ​​ໂດຍກ່າວ​ວ່າ: ມາຮອດ​ປັດຈຸບັນ​ນີ້, ກຳ​ປູ​ເຈຍ​ບໍ່​ໄດ້​ຮັບ​​ແຈ້ງ​ການ​ຈາກລັດຖະບານ​ເຢຍລະ​ມັນ​ກ່ຽວ​ກັບ​ການ​ຈຳ​ກັດ​ການ​ອອກວີ​ຊາ​​ໃຫ້​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ປະ​ເທດ​ຕົນ ພ້ອມຄອບຄົວ​ຂອງ​​ເຂົາ.

​​ໂຄສົກ​ຜູ້​ນີ້ກ່າວ​ຕື່ມວ່າ: ຂ່າວລາຍ​ງານ​ວ່າເຢຍລະ​ມັນ​ຈຳ​ກັດການ​ອອກວີ​ຊາ​​ໃຫ້​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ກຳປູ​ເຈຍ ​ເຊິ່ງ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ເຫຼົ່າ​ນີ້ລວມທັງທ່ານ​ຮຸ​ນ​ເຊັນ ນາຍົກລັດຖະມົນຕີ ພ້ອມ​ຄອບຄົວ​, ​ເຈົ້າ​ໜ້າ​ທີ່​ທະຫານ​ຂັ້ນສູງ​ ​ແລະ​ປະທານ​ສານ​ຂັ້ນ​ສູງ​​ເປັນ​ຕົ້ນ​ແຕ່​ຂ່າວ​ດັ່ງກ່າວ​ບໍ່​ຖືກຕ້ອງຕາມ​ຄວາມ​ຈິງ. ເຢຍລະ​ມັນ​​ ​ແລະ​ກຳ​ປູ​ເຈຍມີ​ສາຍ​ພົວພັນ​ມິດຕະພາບ​ທີ່​ດີ ​ແລະ​ໄລຍະ​ຜ່ານ​ມາ​ກໍ​ບໍ່​ມີ​ຄວາມ​ຂັດ​ແຍ້​ງ​ແຕ່​ຢ່າງ​ໃດ.
ມາຮອດ​ປັດຈຸບັນ​ນີ້, ​ອາ​ເມ​ລິ​ກາ​​ແມ່ນ​ປະ​ເທດພຽງ​ໜຶ່ງ​ດຽວ​ທີ່​ຈຳ​ກັດການ​ອອກ​ວີ​ຊາ​​ໃຫ້​ເຈົ້າ​ໜ້າ​ທີ່​ຂັ້ນສູງ​ກຳປູ​ເຈຍ​ ​ພ້ອມ​ຄອບຄົວ​ຂອງ​​ເຂົາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ