ທ່າ​ນ​ລຽວ​ຕົງ​ໄລ​ຮຽກ​ຮ້ອງ​ໃຫ້​ຊາວ​ມາ​ເລ​ເຊຍ​ເຊື້ອ​ສາຍ​ຈີນ​ທີ່​ມີ​ສິດ​ເລືອກ​ຕັ້ງ​ຈົ່ງ​ສະ​ໜັບ​ສະ​ໜູນ​ສະ​ມາ​ຄົມ​ຊາວ​ມະ​ເລ​ເຊຍ​ເຊື້ອ​ສາຍ​ຈີນ
2018-02-20 14:51:38  cri 

​ທ່ານ​ລຽວ​ຕົງ​ໄລ ຫົວ​ໜ້າ​ພັກ​ສະ​ມາ​ຄົມ​ຊາວ​ມະ​ເລ​ເຊຍ​ເຊື້ອ​ສາຍ​ຈີນ ຫຼື MCA ກ່າວ​ຢູ່​ນະ​ຄອນ​ຫຼວງ​ກົວ​ລະ​ລຳ​ເລີໃນ​ຫວ່າງ​ມໍ່ໆ​ມາ​ນີ້​ວ່າ, ເນື່ອງອ​ຈາກ MCA ຢູ່​ໃນ​ທ່າ​ຮັບ ​ຈິ່ງ​ບໍ່​ສາ​ມາດ​ປະ​ກອບ​ສ່ວນ​ເພື່ອ​ສັງ​ຄົມ​ຊາວ​ມາ​ລະ​ເຊຍ​ເຊື້ອ​ສາຍ​ຈີນ ກໍ່​ຄື ປະ​ຊາ​ຊົນ​ທົ່ວ​ປະ​ເທດ​ມ​ະ​ເລ​ເຊຍ​ໄດ້, ຫວັງ​ວ່າ​ສັງ​ຄົມ​ຊາວ​ມາ​ເລ​ເຊຍ​ເຊື້ອ​ສາຍ​ຈີນ​ຈະ​ສະ​ໜັບ​ສະ​ໜູນ MCA ໃນ​ການ​ເລືອ​ກ​ຕັ້ງ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ປີ​ນີ້ ເພື່ອ​ເຮັດ​ພັດ​ທະ​ນາ​ກຳ​ລັງ​ທາງ​ການ​ເມືອງ​ຂອງ MCA ໃຫ້​ເຂັ້ມ​ແຂງ.

ລຽວ​ຕົງ​ໄລ​ກ່າວ​ຕື່ມ​ວ່າ, ສະ​ມາ​ຄົມ​ຊາວ​ມະ​ເລ​ເຊຍ​ເຊື້ອ​ສາຍ​ຈີນ ຫຼື MCA ເຄີຍ​ມີ​ລັດ​ຖະ​ມົນ​ຕີ 4 ທ່ານ ແລະ ຮັອງ​ລັດ​ຖະ​ມົນ​ຕີ 9 ທ່ານ​ໃນ​ຄະ​ນະ​ລັດ​ຖະ​ບານ​ໃນ​ເມື່ອ​ກ່ອນ ແລະ ເກືອບ​ແຕ່​ລະ​ພາກ​ສ່ວ​ນ​ກໍ່​ມີ​ຜູ້​ຕາງ​ໜ້າ​ຂອງ MCA ສະ​ນັ້ນ​ຈິ່ງ​ມີ​ບົດ​ບາດ​ເຊື່ອມ​ຕໍ່​ສັງ​ຄົມ​ຊາວ​ມະ​ເລ​ເຊຍ​ເຊື້ອ​ສາຍ​ຈີນ ແລະ ພາກ​ສ່ວນ​ຕ່າງໆ. ແຕ່​ປັດ​ຈຸ​ບັນ, MCA ຄອງ​ຄຳ​ແໜ່ງ​ພຽງ​ແຕ່​ລັດ​ຖະ​ມົນ​ຕີ ທີ່​ບໍ່​ສຳ​ຄັນ 3 ຕຳ​ແໜ່ງ​ເທົ່າ​ນັ້ນ ຈິ່ງ​ບໍ່​ສາ​ມາດ​ສະ​ແດງ​ຄຳ​ເຫັນ​ຂອງ​ສັງ​ຄົມ​ຊາວ​ຈີນ​ມາ​ເລ​ເຊື້ອ​ສາຍ​ຈີນ​ໄດ້.

ລຽວ​ຕົງ​ໄລ​ຊີ້​ອອກວ່າ, ສະ​ມາ​ຄົມ​ຊາວ​ມະ​ເລ​ເຊຍ​ເຊື້ອ​ສາຍ​ຈີນ​ມີ​ບົດ​ບາດ​ເປັນ​ຂໍ້​ກະ​ແຈ​ໃນ​ຄະ​ນະ​ລັດ​ຖະ​ບານ, ແມ່ນ​ແງ່​ກຳ​ລັງ​ສຳ​ຄັນ​ທີ່​ຮັບ​ປະ​ກັນ​ໃຫ້​ມະ​ເລ​ເຊຍ​ເດີນ​ທາງ​ເສັ້ນ​ທາງ​ທີ່​ວາງ​ໂຕ​ເປັນ​ກາງ ແລະ ກົມ​ກຽວ​ກັນ, ສະ​ນັ້ນ, MCA ຕ້ອງ​ມີ​ຄວາມ​ເຂັ້ມ​ແຂງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ