ໂຄງ​ການ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ປັກ​ກິ່ງ-ຈ່ຽງ​ເຈຍ​ໂຂ​ມີ​ຄວາມ​ຄືບ​ໜ້າ​ເປັນ​ຢ່າງ​ດີ
2018-02-20 16:32:00  cri 

​ເມື່ອປີ 1905, ທາງ​ລົດ​ໄຟ​ປັກ​ກິ່ງ-ຈ່ຽງ​ເຈຍ​ໂຂ ເຊິ່ງ​ເປັນ​ທາງ​ລົດ​ໄຟ​ສາຍ​ທຳ​ອິດ​ທີ່​ຄົນ​ຈີນ​​ອອກ​ແບບກໍ່​ສ້າງ​​ເອງ​ໄດ້​ເລິ່ມ​ກໍ່​ສ້າງ​ຢ່າງ​ເປັນ​ທາງ​ການ. ​ມາ​ຮອດ​ປັດ​ຈຸ​ບັນ,ຮ້ອຍ​ກວ່າ​ປີໄດ້​ຜ່ານ​ໄປ ແລະ ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ປັກ​ກິ່ງ-ຈ່ຽງ​ເຈຍ​ໂຂ ​ທາງ​ລົດ​ໄຟ​ປັກ​ກິ່ງ-ຈ່ຽງ​ເຈຍ​ໂຂສາຍ​ໃໝ່​ທີ່​ຫາບ​ແບກ​ພາ​ລະ​ກຳທີ່​ປະ​ຫວັດ​ສາດ​ໃໝ່​ນັ້ນ​ກຳ​ລັງ​ກໍ່​ສ້າງ​ຢູ່. ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ສາຍ​ນີ້​ບໍ່​ພຽງ​ແຕ່​ຈະ​ຮັບ​ປະ​ກັນ​ການ​ຄົມ​ມະ​ນາ​ຄົມ​​ໃນໄລ​ຍະ​​ຈັດງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ປີ 2022 ເທົ່າ​ນັ້ນ, ​ຍັງ​ຈະ​ເຮັ​ດ​ໃຫ້​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ຂອງ​ຈີນ​ເຂົ້າ​ສູ່​​ຍຸກ 2,0 ອີກ​ດ້ວຍ

ທາງ​ລົດ​ໄຟ​ຄາວມ​ໄວ​ສູງ​ປັກ​ກິ່ງ-ຈ່ຽງ​ເຈຍ​ໂຂ​ແມ່ນ​ພາກ​ສ່ວນ​ສຳ​ຄັນ​ຂອງ​ຕອນ​ຕາ​ເວັນ​ອອກ​​ຂອງ​ທາງ​ລົດ​ໄຟ​ປັກ​ກິ່ງ-ລານ​ໂຈ່ວ​​ທີ່ນອນ​ຢູ່ໃນ​ເຄືອ​ຂ່າຍ​ທາງ​ລົດ​ໄຟ "8ສາຍຕັ້ງ8ສາຍ​ຂວາງ"ຕາມ​ແຜນ​ການ​ຂອງ​ຈີນ. ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ສາຍ​ນີ້​​ທິດ​ຕາ​ເວັນ​ອອກເລິ່ມ​ແຕ່​ສະ​ຖາ​ນີ​ລົດ​ໄຟ​ເໜືອ​ປັກ​ກິ່ງ, ທິດ​ຕາ​ເວັນ​ຕົກ​ໄປຮອດ​ເມືອງ​ຈ່ຽງ​ເຈຍ​ໂຂ​ແຂວງ​ເຮີ​ເປີຍ, ​ຍາວປະ​ມານ 173 ກິ​ໂລ​ແມັດ. ຫຼັງ​ຈາກ​​ເປີດ​ບໍ​ລິ​ການ​ແລ້ວ, ​ການຂີ່​ລົດ​ໄຟ​ຈາກ​ປັກ​ກິ່ງ​ຮອດ​ຈ່ຽງ​ເຈ​ຍ​ໄຂ​ຈະ​ໃຊ້​ເວ​ລາ​ຫຼຸດ ​ຈາກ 3 ຊົ່ວ​ໂມງ​ປາຍ​ໃນ​ປັດ​ຈຸ​ບັນ​ລົງ​ເປັນ 50 ນາ​ທີ.

ທ່ານ​ຫຼີ​​ເຢ້ນ​ໂປ໋ ຮອງ​ຫົວ​ໜ້າ​ພະ​ແນກ​ໂຄງ​ການ​ຂອງ​ບໍ​ລິ​ສັດ​ທາງ​ລົດ​ໄຟ​​ຈິ່ງ​ຈ່າງ ເຊິ່ງ​ເປັນ​ຜູ້​ກໍ່​ສ້າງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ປັກ​ກິ່ງ-ຈ່ຽງ​ເຈຍ​ໂຂ​ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ວ່າ, ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ປັກ​ກິ່ງ-ຈ່ຽງ​ເຈຍ​ໂຂ​ເລິ່ມ​ກໍ່​ສ້າງ​ໃນ​ 6 ເດືອນ​ຕົ້ນ​ປີ 2016, ຈະ​ສ້າງ​ສຳ​ເລັດ​ພ້ອມ​ກັບ​ທາງ​ລົດ​ໄພ​ສາ​ຂາ​ຊົງ​ຫຼີ​ໃນ​ປີ 2019. ເມື່ອ​ທຽບ​ກັບ​ທາງ​ລົດ​ໄຟ​ປັກ​ກິ່ງ-ຈ່ຽງ​ເຈຍ​ໂຂ​ສາຍ​ເກົ່າ, ໃນການ​ກໍ່​ສ້າງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ປັກ​ກິ່ງ-ຈ່ຽງ​ເຈຍ​ໂຂ ບໍ່​ວ່າ​ດ້ານ​ກຳ​ມະ​ວິ​ທີ ຫຼື ເຄື່ອງ​ອຸ​ປະ​ກອນ​ຕ່າງໆ​ທີ່​ໃຊ້​ໃນ​ການກໍ່​ສ້າງ​ກໍ່​ກ້າວ​ໜ້າ​ຫຼາຍ, ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ສາຍ​ນີ້ຈະ​​ກໍ່​ສ້າງ​ໃຫ້ ເປັນ​ໂຄງ​ການ​​ທີ່​ເປັນ​ຂີດ​ໝາຍ​ສຳ​ຄັນຂອງ​ທາງ​ລົດ​ໄຟ​​ຈີນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ