ອັງ​ໂກວັດ​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ 7 ໝື່ນກວ່າ​ຄົນ​ໃນ 6 ວັນຜ່ານ​ມາ
2018-02-21 16:44:07  cri 
ໃນ​ໄລ​ຍະ​ບຸນ​ກຸດ​ຈີນ, ສະ​ຖານ​ທີ່​ທ່ອງ​ທ່ຽວ​ອັງ​ໂກວັດ​ປະ​ເທດ​ກຳ​ປູ​ເຈຍ​ໄດ້​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ 7 ໝື່ນ​ກວ່າ​ຄົນ​ພາຍໃນ​ 6 ວັນ, ໃນ​ນັ້ນ​ນັກ​ທ່ອງ​ທ່ຽວ​ຈີນມີ​ຫຼາຍກວ່າ​ໝູ່.

​ອົງ​ການ​ຄຸ້ມ​ຄອງ​ອັງ​ໂກວັດ​​ເປີດ​ເຜີຍ​ໃນ​ວັນ​ທີ 20 ກຸມ​ພາ​ນີ້​ວ່າ, ໃນ 6 ວັນ​ຜ່ານ​ມາ, ມີ​ຄົນ​ຕ່າງ​ປະ​ເທດ 74202 ຄົນ​ໄດ້​ຊື້​ປີ້​ເຂົ້າ​ປະ​ຕູ​ອັງ​ໂກວັດ, ໃນ​ນັ້ນ​ສ່ວນ​ຫຼາຍ​ແມ່ນ​ນັກ​ທ່ອງ​ທ່ຽວ​ຈີນ.

ນອກ​ນີ້ກະ​ຊວງ​ທ່ອງ​ທ່ຽວ​ກຳ​ປູ​ເຈຍ​ເປີດ​ເຜີຍ​ໃນ​ວັນ​ທີ 19 ກຸມ​ພາ​ນີ້​​ວ່າ, ໃນ​ໄລ​ຍະ​ບຸນ​ກຸດ​ຈີນ, ​ປະ​ຊາ​ຊົນກຳ​ປູ​ເຈຍ​ປະ​ມານ 9 ແສນ​ຄົນ​​ໄດ້ໄປ​ທ່ຽວ​ສະ​ຖາ​ນ​ທີ່​ທ່ອງ​ທ່ຽວ​ຕ່າງໆ​​ໃນ​ປະ​ເທດ​ຕົນ.

​ທ່ານ​ທອງ​ຄົນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ທ່ອງ​ທ່ຽວ​ກຳ​ປູ​ເຈຍ​ກ່າວ​ວ່າ, ປະ​ຊາ​ຊົນ​ກຳ​ປູ​ເຈຍ​ກໍ​ນິ​ຍົມ​ໄປ​ທ່ຽວ​ຕ່າງ​ປະ​ເທດ​ໃນ​ວັນ​ພັກ​ແລະນັບ​ມື້​ນັບ​ຫຼາຍ​ຂຶ້ນ, ລວມ​ທັງ​ໄປ​ທ່ຽວ​ປະ​ເທດ​ຈີນ​ແລະ​ປະ​ເທດ​ໃກ້​ຄຽງ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ