ອີຣານ​ສາມາດ​ຄົ້ນ​ພົບຊາກ​ຍົນ
2018-02-21 16:19:30  cri 
​​ຂ່າວສານ​ສາທາລະນະ​ລັດ​ອິ​ດສະ​ລາ​ມອີຣານລາຍ​ງານໃນວັນ​ທີ 20 ກຸມພາ​ນີ້​ວ່າ: ​ໃນວັນ​ດັ່ງກ່າວ, ​ເຈົ້າ​ໜ້າ​ທີ່ຊ່ວຍ​ເຫຼືອ​ໄດ້​ຄົ້ນ​ພົບ​ຊາກ​ຍົນ​ທີ່​​ເກິ​ດ​ເຫດຕົກ​ໃນ​ວັນ​ທີ 18 ກຸມພາ​ນີ້​ຢູ່​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ອີຣານ.
ຂ່າວສານ​ດັ່ງກ່າວ​ໄດ້​ອ້າງ​ຕາມ​ການ​ເປີດ​ເຜີຍ​ຂອງທ່ານຣາ​ເມຈັນ ຊາຣີຟ ​ໂຄສົກ​ກອງປ້ອງ​ກັນ​ການ​ປະຕິວັດ​ອິດສະ​ລາມ​ອີຣານ​ໂດຍ​ລາຍ​ງານວ່າ: ​ເຮືອບິນ​ເຮ​ລີ​ກົບ​ແຕຂອງກອງ​ປ້ອງ​ກັນ​ການ​ປະຕິວັດ​ໄດ້​ຄົ້ນ​ພົບ​ຊາກ​ຍົນ​ໃນ​ຕອນ​ເຊົ້າ​ວັນ​ທີ 20 ກຸມພາ​ນີ້ ​ແລະ​ເມື່ອ​ອາກາດ​​ເອື້ອ​ອຳນວຍກໍ​ຈະ​ສົ່ງ​ເຮືອບິນ​ເຮ​ລີ​ກົບ​ແຕ ​ແລະພະນັກງານ​ຊ່ວຍ​ເຫຼືອ​ໄປ​ຊອກ​ຄົ້ນ​ຫາ​ຢູ່​ບໍລິ​ເວນ​ທີ່​ພົບ​ຊາກ​ຍົນ.

ວັນ​ທີ 18 ກຸ​ມພາ​ນີ້, ຍົນ​ໂດຍສານ​ເພົາ​ປີ່​ນ​ໃບ​ພັດATR-72ຂອງ​ບໍລິສັດ​ການບິນອາ​ເຊ​ມານອີຣານ​ໄດ້​ຕົກ​ຢູ່​ບໍລິ​ເວນ​ໃກ້​ເມືອງເຊ​ມິ​ຣົມລະຫວ່າງ​ທາງ​ຈາກ​ນະຄອນຫຼວງ​ເຕ​ເຮ​ລານມຸ່ງ​ໜ້າ​ສູ່ເມືອງ​ຢາສຸດ​ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້ ​ເຮັດ​ໃຫ້ 66 ຄົນ​ທີ່​​ໃນ​ຍົນ​​ເສຍ​ຊີວິດ​ທັງ​ໝົດ ຂະນະ​ທີ່​ບ່ອນ​ເກີດ​ເຫດຫ່າງ​ຈາກເມືອງ​ຈຸດໝາຍ​ປາຍທາງ​ຢາ​ສຸດ​ປະມານ 23 ກີ​ໂລ​ແມັດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ