APPຂອງ​ປະທານາທິບໍດີ​ຟິລິບ​ປິນ​ເລີ່​ມນຳ​ໃຊ້​ຢ່າງ​ເປັນ​ທາງ​ການ
2018-02-21 16:20:29  cri 
ວັນ​ທີ 20 ກຸມພາ​ນີ້, APP​ຢ່າງ​ໜຶ່ງ​ເອີ້ນ​ວ່າ "DU30" ​ໄດ້​​ເລີ່​ມນຳ​ໃຊ້​ຢ່າງ​ເປັນທາງ​ການ​ໃນ​ປະ​ເທດ​ຟິລິບ​ປິນ ​​​ເຊິ່ງ​ເປັນ​ຊ່ອງ​ທາງ​ການ​ແລກປ່ຽນ​ໂດຍ​ກົງ​ລະຫວ່າງ​ທ່ານ​​ໂຣດຣີ​ໂກ ດູ​ເຕີ​ເຕ ປະທານາທິບໍດີ​ຟິລິບ​ປິນ ​ແລະ​ປະຊາຊົນ. ທ່ານ​ພາວ​​ໂລ ​ໄຊ​ຄອນ CEO​ບໍລິສັດຄົ້ນຄວ້າ ​ແລະ​ພັດທະນາ​ຊອບ​​ແວIbayadກ່າວ​ວ່າ: ການ​ຄົ້ນຄວ້າ​ຜະລິດຊອບ​ແວ​ດັ່ງກ່າວ​ກໍ​ເພື່ອສ້າງ​ຄວາມ​ສະດວກ​ໃຫ້​ແກ່​ການ​ແລກປ່ຽນລະຫວ່າງ​ປະທານາທິບໍດີ ​ແລະ​ປະຊາຊົນ​ຟິລິບປິນ ​ແລະ​​ເຜິ​ຍ​ແຜ່, ແບ່ງປັນ​ຂໍ້​ມູນ​ຂ່າວສານ​ໃຫ້​ສະດວກ​ຍິ່ງ​ຂຶ້ນ.

APP "DU30" ​ແມ່ນ​ຄົ້ນຄວ້າ ​ແລະ​ພັດທະນາ​ໂດຍ​ບໍລິສັດIbayad ​ໂດຍ​ໄດ້​ຮັບ​ການ​ມອບ​ສິດ​ຈາກ​ຫ້ອງການ​ຖະ​ແຫຼ​ງຂ່າວ​ທຳ​ນຽບ​ປະ​ທາ​ນາ​ທິບໍດີ​ຟິລິບ​ປິນ ​ເຊິ່ງສາມາດ​ນຳ​ໃຊ້​​ໃນ​ລະບົບ​ມື​ຖືApple ​ແລະAndroid. ຜູ້​ໃຊ້​ຊອບ​ແວ​ດັ່ງກ່າວສາມາດ​ຮັບ​ຮູ້​ກິດຈະກຳ​ຕ່າງໆ ​ແລະ​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບປະທານາທິບໍດີ, ນອກຈາກ​ນີ້​ຍັງ​ສາມາດ​ສົ່ງ​ຂໍ້​ຄວາມ​ໄວ້​ໃຫ້​ປະທານາທິບໍດີ ​ເພື່ອ​ປະກອບ​ຄວາມ​ເຫັນ, ຮັບ​ຟັງ ຫຼື ​ເບິ່ງ​ລາຍການ​ສື່​ມວນ​ຊົນ​ທາງ​ການ​ຟິລິບ​ປິນ, ​ໂທສາຍ​​ດ່ວນ 8888 ຫຼື 911 ​ເພື່ອ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ນຳ​ປະທານາທິບໍດີຟິລິບ​ປິນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ