ປີ2017 ຈຳ​ນວນ​ຊາວ​ອົບ​ພະ​ຍົບ​ເຂົ້າ​ສູ່ສະ​ຫະ​ພາບ​ເອີ​ລົບຫຼຸດ​ລົງ​​ຮອດລະ​ດັບ​ຕ່ຳ​ສຸດ​ໃນ4ປີ​ຜ່ານ​ມາ
2018-02-21 10:44:24  cri 

​ສຳ​ນັກ​ງານ​ຕຳ​ຫຼວດ​ຊາຍ​ແດນ ແລະ ແຄມ​ຝັ່ງ​ທະ​ເລ​ສະ​ຫະ​ພາບ​ເອີ​ລົບ​​ເປີດ​ເຜີຍ​ບົດ​ລາຍ​ງານ​ປະ​ຈຳ​ປີ​ໃນ​ວັນ​ທີ 20 ກຸມ​ພາ​ນີ້​ວ່າ, ​ໃນ​ປີ 2017,ນັບ​ລວມ​ແລ້ວ, ມີ​ຊາວ​ອົບ​ພະ​ຍົບເກືອບ 2 ແສນ 5 ພັນ​ຄົນ​ເຂົ້າ​ສູ່​ສະ​ຫະ​ພາບ​ເອີ​ລົບ​,​ເຊິ່ງຫຼຸດ​ລົງ​ຮອດ​ລະ​ດັບ​ຕ່ຳ​ສຸດ​ໃນ 4 ປີ​ຜ່ານ​​ມາ.

ບົດ​ລາຍ​ງານ​​ລະ​ບຸ​ວ່າ, ຕົວ​ເລກ​ດັ່ງ​ກ່າວ​ໄດ້ຫຼຸດ​ລົງ​ປະ​ມານ 60% ເມື່ອ​ທຽບ​ກັບ 5 ແສນ 1 ໝື່ນ 1 ພັນ​ຄົນ​ຂອງປີ​ 2016. ສ່ວນ​ໃນ​ປີ 2015 ເຊິ່ງ​ເປັນ​ໄລ​ຍະ​ທີ່​​ເກີດວິ​ກິດ​ກາ​ນ​ຊາວ​ອົບ​ພະ​ຍົບ​ຮ້າຍ​ແຮງ​ທີ່​ສຸດນັ້ນ ມີ​ຊາວ​ອົບ​ພະ​ຍົບ 1 ລ້ານ 8 ແສນ​ຄົນ​ເຂົ້າ​ສູ່​ສະ​ຫະ​ພາບ​ເອີ​ລົບ.

ບົດ​ລາ​ຍ​ງາ​ນ​​ລະ​ບຸ​ຕື່ມ​ວ່າ, ຊາວ​ອົບ​ພະ​ຍົບ​ທີ່​ເຂົ້າ​ສູ່​ສະ​ຫະ​ພາບ​ເອີ​ລົບ​ໃນ​ປີ​​ຜ່ານ​ມາ​ຕົ້ນ​ຕໍ​ມາ​ຈາກ​ຊີ​ຣີ, ​ນີ​ເຊ​ຣີ ແລະ ກົດ​ດີ​ວົວ ແລະ ​ຊາວ​ອົບ​ພະ​ຍົບເຫຼົ້າ​ນີ້​ມີ 2/3 ມາ​ຈາກ​ອາ​ຟ​ຣິ​ກາ, ໂດຍ​ສະ​ເພາະ​ແມ່ນ 6 ເດືອນ​ທ້າຍ​ປີ​​ຜ່ານ​ມາ, ​ຊາວ​ອົບ​ພະ​ຍົບ​ທີ່​ມາ​ຈາກ​ມາ​ຣົກ,ອານ​ເຊ​ຣີ ແລະ ຕຸຍ​ນີ​ຊີ​ໄດ້​ເພີ່ມຂຶ້ນ​ຢ່າງ​ວ່ອງ​ໄວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ