ເຢຍ​ລະ​ມັນ​ຈັດກິດ​ຈະ​ກຳເຜີຍ​ແຜ່​ວັດ​ທະ​ນະ​ທຳໄທ​ເກັກຈີນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"
2018-02-21 11:50:00  cri 

ຕາມ​ຂ່າວCRI:ກິດ​ຈະ​ກຳ​ເຜີຍ​ແຜ່​ວັດ​ທະ​ນະ​ທຳ​ມວຍໄທ​ເກັກ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"​ໄດ້​ຈັດ​ຂຶ້ນ​ຢູ່ເຢຍ​ລະ​ມັນແຕ່​ວັນ​ທີ 19 ຫາ​ວັນ​ທີ 20 ກຸ​ມ​ພາຕາມ​ເວ​ລາ​ທ້ອງ​ຖິ່ນ ໂດຍ​ໄດ້​ເຊື້ອ​ເຊີນ​ຜູ້​ສືບ​ທອດ​​ທີ່​ເປັນ​ຕົວ​ແທນ​ໃນ​ໂຄງ​ການ​ໄທ​ເກັກ ເຊິ່ງ​ເປັນ​ມໍ​ລະ​ດົກທາງ​ດ້ານ​ວັດ​ທະ​ນະ​ທຳ​ທີ່​ບໍ່​ແມ່ນ​ວັດ​ຖຸ​ລະ​ດັບ​ຊາດ​ຈີນ​ເດີນ​ທາງ​ໄປປະ​ເທດທີ່​ຢູ່​ລຽບ​ຕາມ"ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ເພື່ອ​ໂຄ​ສະ​ນາ ແລະ ​ຖ່າຍ​ທອດ​ວັດ​ທະ​ນະ​ທຳ​ໄທ​ເກັກ ແລະ ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ສະ​ຖານ​ທູດ​ຈີນ​ປະ​ຈຳ​ຕ່າງ​ປະ​ເທດ.

ກິດ​ຈະ​ກຳ​ດັ່ງ​ກ່າວ​ໄດ້ຈັດ​ຂຶ້ນ​ຢູ່​ສູນ​ວັດ​ທະ​ນະ​ທຳ​ຈີນ​ແບັກ​ແລັງ, ອາ​ຈານມວຍ​​ໄທ​ເກັກ 6 ທ່ານ​ໄດ້​ສະ​ແດງ ແລະ ​ອະ​ທິ​ບາຍສິດ​ສອນມວຍ ແລະ ​ທັດ​ສະ​ນະ​ຄະ​ຕິ​​ໄທ​ເກັກ​ເປັນ​ເວ​ລາ 2 ມື້. ປະ​ຊາ​ຊົນ​ທ້ອງ​ຖິ່ນກໍສະ​ໝັກ​ຊື່​ເຂົ້າ​ຮ່ວມ​​ຢ່າງ​ຫຼວງ​ຫຼາຍ​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ.

ຂ່າວ​ແຈ້ງ​ຕື່ມວ່າ, ກິດ​ຈະ​ກຳ​ເຜີຍ​ແຜ່​ວັດ​ທະ​ນະ​ທຳ​​ໄທ​ເກັກຈີນ​ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ຢູ່​ເອີ​ລົບ​ເທື່ອ​ນີ້​ນັບ​ແຕ່​ວັນ​ທີ 18 ກຸມ​ພາ​​ຈົນ​ຮອດ​ວັນ​ທີ 1 ມີ​ນາໜ້າ​ນີ້ ໂດຍ​ຈະ​ສັນ​ຈອນຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ແບັກ​ແລັງ​ປະ​ເທດ​ເຢຍ​ລະ​ມັນ, ເມືອງ​ເວ​ນິ​ສ​​ປະ​ເທດ​ອີ​ຕາ​ລີ,​ນະ​ຄອນ​ຫຼວງວຽນ​ປະ​ເທດ​​ໂອ​ດ​ຣິ​ສ ແລະ ນະ​ຄອນ​ຫຼວງບູດາ​​ແປັດສ໌​​ປະ​ເທດ​ຮົງ​ກາ​ລີ​ຕາມ​ລຳ​ດັບ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ