ເກີດ​ເຫດ​ລະ​ເບີດ​ຢູ່​ພາກ​ເໜືອ​ມຽນ​ມາ ​ເສຍ​ຊີ​ວິດ 2 ຄົນແລະ​ບາດ​ເຈັບ11ຄົນ
2018-02-22 10:29:04  cri 

ຕອນ​ບ່າຍ​ວັນ​ທີ 21 ກຸມ​ພາ​ນີ້​ຢູ່​ເມືອງ​ລາ​ຊີ​ໂອ ພາກ​ເໜືອ​ລັດ​ສານ​ປະ​ເທດ​ມຽນ​ມາ​ໄດ້​ເກີດ​ເຫດ​ລະ​ເບີດ​ສົ່ງ​ຜົນ​ເຮັດ​ໃຫ້ມີ​ຜູ້​ເສຍ​ຊີ​ວິດ 2 ຄົນ​ແລະ​ບາດ​ເຈັບ11 ຄົນ, ອາ​ຄານຫຼາຍຫຼັງ​ໄດ້​ຮັບ​ຜົນ​ເສຍ​ຫາຍ.

ເຈົ້າ​ໜ້າ​ທີ່​ຕຳຫຼວດ​ເມືອງ​ລາ​ຊີ​ໂອ​ຢືນ​ຢັນ​ວ່າ ເວ​ລາ​ປະ​ມານ 16 ໂມງ 30 ນາ​ທີ​ຂອງວັນ​ທີ 21 ກຸມ​ພາ​ນີ້, ຢູ່​ລະ​ຫວ່າງ​ທະ​ນາ​ຄານ​ໂຢ​ມາ​ກັບ​ທະ​ນາ​ຄ​ານ​ອາ​ຢາ​ຂອງ​ເຂດ​ທີ​ສອງ​ເມືອງ​ຕົນ​ໄດ້​ເກີດ​ເຫດ​ລະ​ເບີດ ເຮັດ​ໃຫ້​ອາ​ຄານຂອງ​ທະ​ນາ​ຄານ​ສອງ​ແຫ່ງ​ດັ່ງ​ກ່າວ​ໄດ້​ຮັບ​ຜົນ​ເສຍ​ຫາຍ. ຕຶກ​ຫ້ອງ​ການ​ຂອງ​ພະ​ແນກ​ສາ​ທາ​ລະ​ນະ​ສຸກ​ທີ່​ຢູ່​ເຊິ່ງ​ໜ້າ​ກັບ​ທະ​ນາ​ຄານ​ພ້ອມ​ດ້ວຍ​ລົດ​ຈຳ​ນວນ​ໜຶ່ງ​ທີ່​ຢູ່​ບໍ​ລິ​ເວນ​ໃກ້​ຄຽງ​ກໍ​ໄດ້​ຮັບ​ຜົນ​ເສຍ​ຫາຍ​ເຊັ່ນ​ກັນ​ແລະ​ມີ​ແມ່​ຍິງ​ສອງ​ຄົນ​ເສຍ​ຊີ​ວິດຫຼັງ​ຖືກ​ສົ່ງ​ໄປ​ໂຮງ​ໝໍ​ແຕ່​ບໍ່​ສາ​ມາດ​ຊ່ວຍ​ເຫຼືອ​ຊີ​ວິ​ດ​ໄວ້ໄດ້, ​ແລະຜູ້​ບາດ​ເຈັບ​ອື່ນໆ​ກຳ​ລັງ​ນອນ​ປິ່ນ​ປົວ​ຢູ່​ໂຮງ​ໝໍ​ປະ​ຊາ​ຊົນ​ລາ​ຊີ​ໂອ.


ສື່​ມ່ວ​ນ​ຊົນ​ບາງ​ສຳ​ນັກ​ຂອງ​ມຽນ​ມາ​ລາຍ​ງານ​ວ່າ: ລະ​ເບີດ​ທີ່​ຜູ້​ກໍ່​ເຫດ​ໃຊ້​ໃນ​ເຫດ​ການ​ຄັ້ງ​ນີ້​ແມ່ນ​ລະ​ເບີດ​ເວ​ລາ. ຫຼັງ​ເກີດ​ເຫດ​ລະ​ເບີດ,ເຈົ້າ​ໜ້າ​ທີ່​ກູ້​ໄພ​ກໍ​ໄດ້​ປະ​ຕິ​ບັດ​ໜ້າ​ທີ່ຢ່າງ​ຮີບ​ດ່ວນ, ​ແລະເຈົ້າ​ໜ້າ​ທີ່​ຕຳຫຼວດ​ກໍ​ກຳ​ລັງ​ກວດ​ກາ​ເພື່ອ​ຢືນ​ຢັນ​ວ່າ​ຍັງ​ມີ​ລະ​ເບີດ​ອື່ນໆ​ອີກຫຼື​ບໍ່.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ