ເມືອງ​ແຮມ​ເບີກ​ເຢຍ​ລະ​ມັນ​ເປີດ​ກິດ​ຈະ​ກຳ "ຍຸກ​ຈີນ"​ຄັ້ງ​ທີ 7
2018-02-22 15:40:58  cri 

​ທ່ານ​ຊຸນ​ສົງ​ປິ່ນ ຫົວ​ໜ້າ​ກົງ​ສຸນ​ໃຫຍ່​ຈີນ​ປະ​ຈຳ​ແຮມ​ເບີກປະ​ກອບ​ຄຳ​ເຫັນ​ໃນ​ພິ​ທີ​ເປີດ​ກິດ​ຈະ​ກຳ

ກິດ​ຈະ​ກຳ"ຍຸກ​ຈີນ"​ຄັ້ງ​ທີ 7 ໄດ້​ໄຂ​ຂຶ້ນ​ຢູ່​​ສຳ​ນັກ​ງານ​ອົງ​ການ​ປົກ​ຄອງ​ເມືອງແຮມ​ເບີກ ເມືອງ​ທ່າ​ຂອງ​ປະ​ເທດ​ເຢຍ​ລະ​ມັນ​ໃນ​ວັນ​ທີ 20 ກຸມ​ພາ​ນີ້​ໂດຍ​ທ່ານ​ຊຸນ​ສົງ​ປິ່ນ ຫົວ​ໜ້າ​ກົງ​ສຸນ​ໃຫຍ່​ຈີນ​ປະ​ຈຳ​ແຮມ​ເບີກ,ທ່ານ​ໂອ​ລັ​ຟ ໂຊນ​ສ ເຈົ້າ​ເມືອງ​ແຮມ​ເບີກ​ພ້ອມ​ດ້ວຍ​ຜູ້​ຕາງ​ໜ້າ​ຈາກ​ວົງ​ການ​ການ​ເມືອງ,ເສດ​ຖະ​ກິດ​ແລະ​ວົງ​ການ​ຕ່າງໆ​ໃນ​ສັງ​ຄົມ​ທັງ​ສອງ​ປະ​ເທດ​ຈີນ-ເຢຍ​ລະ​ມັນ 400 ກວ່າ​ທ່ານ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ເປີດ​ກິດ​ຈະ​ກຳ​ດັ່ງ​ກ່າວ​ແລະ​ສະ​ເຫຼີມ​ສະຫຼອງ​ບຸນ​ກຸດ​ຈີນ​ປີ​ຈໍ.

ທ່ານ​ໂຊນ​ສ​ຢືນ​ຢັນ​ວ່າ ​ກິດ​ຈະ​ກຳ "ຍຸກ​ຈີນ"​ເປັນເທດ​ສະ​ການ​ຈີນ​ທີ່​ສຳ​ຄັນ​ທີ່​ສຸດ​ຢູ່​ເຢຍ​ລະ​ມັນ, ​ກິດ​ຈະ​ກຳຄັ້ງນີ້​ບໍ່​ພຽງ​ແຕ່​ຈະ​ມີ​ງານ​ມະ​ຫະ​ກຳ​ດົນ​ຕີຫຼາຍ​ຄັ້ງເທົ່າ​ນັ້ນ ຍັງ​ຈະ​ເນັ້ນ​ການ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ​ແລະ​ສັງ​ຄົມ​ອີກ​ດ້ວຍ.

ກິດ​ຈະ​ກຳ"ຍຸກ​ຈີນ"​ແຮມ​ເບີກ​ແມ່ນ​ອົງ​ການ​ປົກ​ຄອງ​ເມືອງ​ແຮມ​ເບີກ​ເຢຍ​ລະ​ມັນ​ລິ​ເລີ່ມ​ຈັດ​ຂຶ້ນ​ໃນປີ 2006 ແລະ​ທຸກໆ​ສອງ​ປີ​ຈັດ​ຂຶ້ນ​ເທື່ອ​ໜຶ່ງ ເຊິ່ງ​ມີ​ຈຸດ​ປະ​ສົງ​ໃນ​ການ​ຈັດ​ເວ​ທີ​ປຶກ​ສາ​ຫາ​ລື​ແລະການ​ສຳ​ມະ​ນາ ກ່ຽວ​ກັບ​ສິ​ລະ​ປະກຳ,ວັດ​ທະ​ນະ​ທຳ,ການ​ເມືອງ,ເສດ​ຖະ​ກິດ,ການ​ສຶກ​ສາ​ແລະ​ຂົງ​ເຂດ​ອື່ນໆ, ໂຄງ​ການ​ວັດ​ທະ​ນະ​ທຳ​ແລະ ການ​ປະ​ຕິ​ບັດ​ຕົວ​​ຈິງ​ອື່ນໆເພື່ອ​ສະ​ແດງ​ໃຫ້​ມວນ​ຊົນ​ທັງຫຼາຍ​ໄດ້​ເຫັນ​ເຖິງ​​ສະ​ພາບ​ຄວາມ​ເປັນ​ຈິງ​ຕ່າງໆ​ຂອງ​ຈີນ​ກໍ​ຄື​ປະ​ຫວັດ​ໃນ​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ເມືອງ​ແຮມ​ເບີກ​ກັບ​ຈີນ​ໃນ​ໄລ​ຍະຫຼາຍ​ປີ​ຜ່ານ​ມາ.

1  2  3  4  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ