ກຸ່ມ​ປະ​ກອບ​ອາ​ວຸດ​ນິ​ຍົມ​ລັດ​ຖະ​ບານ​ຊີ​ຣີ​​ກຸ່ມທີ​ສອງເຂົ້າ​ສູ່​ເຂດ​ອັ​ຟ​ຣິນ
2018-02-22 15:48:23  cri 

ຂ່າວ​ສານ​ຊີ​ຣີ​ລາຍ​ງານ​ວ່າ: ກຸ່ມ​ປະ​ກອບ​ອາ​ວຸດ​ຊີ​ຣີ​ທີ່​ສະ​ໜັບ​ສະ​ໜູນ​ລັດ​ຖະ​ບານ​ກຸ່ມທີ​ສອງ​ໄດ້​ເຂົ້າ​ສູ່​ເຂດ​ອັ​ຟ​ຣິນ ທາງ​ພາກ​ເໜືອ​ປະ​ເທດ​ນີ້​ໃນ​ວັນ​ທີ 21 ກຸມ​ພາ​ນີ້​ເພື່ອ​ກຽມ​ສູ້​ຮົບ​ຕໍ່​ຕ້ານກອງ​ທະ​ຫານ​ຕວກ​ກີ.

ຂ່າວ​ແຈ້ງວ່າ: ຫຼັງ​ຈາກ​ກຸ່ມ​ປະ​ກອບ​ອາ​ວຸດ​ນິ​ຍົມ​ລັດ​ຖະ​ບານ​ກຸ່ມ​ທຳ​ອິດ​ເຂົ້າ​ສູ່​ເຂດ​ອັ​ຟ​ຣິນ 24 ຊົ່ວ​ໂມງ​ແລ້ວ, ກຸ່ມ​ປະ​ກອບ​ອາ​ວຸດ​ກຸ່ມ​ທີ​ສອງ​ກໍ​ໄດ້​ໄປ​ເຖິງ​ເຂດ​ດັ່ງ​ກ່າວ​ເຊັ່ນ​ກັນ ທັງ​ຖືກ​ຈັດ​ສັນ​ໄປ​ປະ​ຕິ​ບັດ​ໜ້າ​ທີ່​ຢູ່​ເຂດ​ທີ່​ກ່ຽວ​ຂ້ອງ​ເພື່ອ​ຊ່ວຍ​ປະ​ຊາ​ຊົນ​ທ້ອງ​ຖິ່ນ​ປົກ​ປ້ອງ​ບ້ານ​ເມືອງ. ກອງ​ທະ​ຫານ​ປົກ​ປ້ອງ​ປະ​ຊາ​ຊົນ ເຊິ່ງ​ເປັນ​ກຸ່ມ​ປະ​ກອບ​ອາ​ວຸດ​ເຄີດ​ຢູ່​ເຂດ​ອັ​ຟ​ຣິນ​ໄດ້​ອອກ​ຖະ​ແຫຼງ​ການ​ເພື່ອ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ກຸ່ມ​ປະ​ກອບ​ອາ​ວຸດ​ຊີ​ຣີ​ທີ່​ນິ​ຍົມ​ລັດ​ຖະ​ບານ​ເຂົ້​າ​ສູ່​ເຂດ​ອັ​ຟ​ຣິນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ