ກຳ​ປູ​ເຈຍກວດ​ກາແຮງ​ງານ​ຕ່າງ​ປະ​ເທດ​ທີ່​ຜິດ​ກົດ​ໝາຍ​ຢ່າງ​ເຂັ້ມ​ງວດ
2018-02-22 16:11:14  cri 
ເລີ່ມ​ແຕ່​ວັນ​ທີ 22 ກຸມ​ພາ​ນີ້​ເປັນ​ຕົ້ນ​ໄປ, ກະ​ຊວງ​ພາຍ​ໃນ​ແລະ​ແຮງ​ງານ​ກຳ​ປູ​ເຈຍ​ຈະ​ລົງ​ກວດ​ກາ​ພະ​ນັກ​ງານ​ຕ່າງ​ປະ​ເທດ​ຂອງ​ທຸກວິ​ສາ​ຫະ​ກິດ​ຢ່າງ​ເຂັ້ມ​ງວດ​ວ່າ​ມີ​ໃບ​ຢັ້ງ​ຢືນ​ໃນ​ການ​ເຮັດ​ວຽກ​ທີ່​ຖືກຕາມ​ກົດ​ໝາຍຫຼື​ບໍ່, ສຳ​ລັບ​ແຮງ​ງານ​ຕ່າງ​ປະ​ເທດ​ທີ່​ຜິດ​ກົດ​ໝາຍ, ​ທັງນາຍ​ຈ້າງ​ແລະ​ລູກ​ຈ້າງ​ຈະ​ຖືກ​ປັບ​ໄໝ​ຢ່າງ​ໜັກຫຼື​ຖືກໄລ່​ອອກ​ຈາກ​ປະ​ເທດ.

ເຈົ້າ​ໜ້າ​ທີ່​ຮັບ​ຜິດ​ຊອບ​ວຽກ​ງານ​ໃບ​ອະ​ນຸ​ຍາດ​ເຮັດ​ວຽກ​ສຳ​ລັບ​ຄົນ​ຕ່າງ​ປະ​ເທດ​ຂອງ​ກະ​ຊວງ​ພາຍ​ໃນ​ແລະ​ແຮງ​ງານ​ກຳ​ປູ​ເຈຍ​ຢືນ​ຢັນ​ວ່າ ສຳ​ລັບ​ຄົນ​ຕ່າງ​ປະ​ເທດ​ທີ່​ບໍ່​ມີ​ໃບ​ຢັ້ງ​ຢືນ​ເຮັດ​ວຽກ​ທີ່​ຖືກ​ຕ້ອງ​ຈະ​ຖືກ​ປັບ​ໄໝ 125 ໂດ​ລາ​ສະ​ຫະ​ລັດ ແລະ​ຍັງ​ຕ້ອງ​ຈ່າຍ​ຄ່າ​ທຳ​ນຽບ​ໃບ​ຢັ້ງ​ຢືນ​ເຮັດ​ວຽກຕື່ມ​ອີກ. ຄົນ​ຕ່າງ​ປະ​ເທດ​ທຸກ​ຄົນ​ເຊິ່ງ​ລວມ​ທັງາ​ຄູ​ອາ​ຈານ​ສັນ​ຊາດ​ຕ່າງ​ປະ​ເທດ​ຂອງ​ໂຮງ​ຮຽນ​ເອ​ກະ​ຊົນ​ແລະ​ຄົນ​ຕ່າງ​ປະ​ເທດ​ທີ່​ຫາ​ກໍ່​ເຂົ້າ​ປະ​ເທດ​ກຳ​ປູ​ເຈຍ​ເພື່ອ​ເຮັດ​ວຽກ​ນັ້ນ​ລ້ວນ​ແຕ່​ຕ້ອງ​ຂໍ​ໃບ​ຢັ້ງ​ຢືນ​​ເຮັດ​ວຽກ​ທີ່​ຖືກ​ຕ້ອງ​ກ່ອນ. ນາຍ​ຈ້າງຫຼື​ລູກ​ຈ້າງ​ຕ່າງ​ປະ​ເທດ​ສາ​ມາດ​​ຂໍ​ເອ​ກະ​ສານໄດ້​ຢູ່​ກະ​ຊວງ​ພາຍ​ໃນ​ແລະ​ແຮງງ​ານ​ກຳ​ປູ​ເຈຍຫຼື​ຂໍ​ທາງ​ອິນ​ເຕີ​ເນັດ​ໂດຍ​​ຕ້ອງຈ່າຍ​ຄ່າ​ທຳ​ນຽມ 30 ໂດ​ລາ​ຫະ​ລັດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ