ສີ​ມື​ເຮັດ​ໝວກ​ງີ້ວ​ຕະ​ກຸນ​ສູ​ແຂວງ​ຊ່ານ​ຊີ່
2018-02-22 16:17:53  cri 

ໝວກ​ເປັນ​ເຄື່ອງ​ນຸ່ງ​ຂອງ​ຖື​ສຳ​ຄັນ​ທີ່​ສຸດ​ຢ່າງ​ໜຶ່ງ​ໃນ​ງີ້ວ​ດັ້ງ​ເດີມ​ຂອງ​ຈີນ ເຊິ່ງ​ເປັນ​ໝວກ​ຊະ​ນິດ​ຕ່າງໆ​​ຂອງ​ຕົວ​ສະ​ແດງ​ງີ້ວ​​ໃສ່​ໃນ​ເວ​ລາ​ສະ​ແດງ. ການ​ເຮັດ​ໝວກ​ງີ້ວ​ເປັນ​ສິ​ລະ​ປະ​ຂະ​ແໜງ​ໜຶ່ງ​ທີ່​ຕ້ອງ​ດຸ​ໝັ່ນ​ຄົ້ນ​ຄວ້າ​ຮ່ຳ​ຮຽນ​ຈິ່ງ​ຈະ​ຮຽນ​ຮູ້​ໄດ້. ທ່ານ​ສູ​ປາວ​ໄທ້ ຊາວ​ເມືອງ​ກ່າວ​ພິງ ນະ​ຄອນ​ຈິ່ນ​ເສິງ​ແຂວງ​ຊ່ານ​ຊີ່​ເປັນ​ຜູ້​ສືບ​ທອດ​ສື​ມີ​ເຮັດ​ໝວກ​ງີ້ວ​ຕະ​ກຸນ​ສູ​ລຸ້ນ​ທີ 3 ທັງ​ເປັນ​ຜູ້​ຖ່າຍ​ທອດ​ສີ​ມື​ດັ່ງ​ກ່າວ​ທີ່​ເປັນ​ມໍ​ລະ​ດົກ​ທີ່​ບໍ່​ແມ່ນ​ວັດ​ຖຸ. ທ້າວ​ສູ​ໂຈ່​ຕຸ້ງ ຫຼານ​ຊາຍ​ຂອງ​ທ່ານ​ສູ​ປາວ​ໄທ້​ຮຽນ​ການ​ເຮັດ​ໝວກ​ງີ້ວ​ນຳ​ປູ່​ຍ່າ​ມາ​ແຕ່​ນ້ອຍ, ທ້າວ​ສູ​ໂຈ່​ຕຸ້ງ ຈະ​ກາຍ​ເປັນ​ຜູ້​ສືບ​ທອດ​ລຸ້ນ​ທີ 5ເພື່​ອ​ຖ່າຍ​ທອດ​ສີ​ມື​ເຮັດ​ໝວກ​ງີ້ວ​ຕະ​ກຸນ​ສູ​ໃຫ້​ຈະ​ເລີນ​ພັດ​ທະ​ນາ.

1  2  3  4  5  6  7  8  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ