ຈີນ​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ 386 ລ້ານ​ເທື່ອ​ຄົນໃນ​ໄລ​ຍະ​ບຸນ​ກຸດ​ຈີນ
2018-02-22 16:07:45  cri 
ຕາມ​ຂ່າວ CRI: ສະ​ຖິ​ຕິ​ທີ່​ອົງ​ການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຈີນ​ເປີດ​ເຜີຍ​ໃນ​ວັນ​ທີ 21 ກຸມ​ພາ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ໃນ​ໄລ​ຍະ​ບຸນ​ກຸດ​ຈີນ​ປີ​ນີ້, ທົ່ວ​ປະ​ເທດ​ຈີນ​ໄດ້​ຕ້​ອນ​ຮັບ​ນັກ​ທ່ອງ​ທ່ຽວ 386 ລ້ານ​ເທື່ອ​ຄົນ, ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ປີ​ຜ່ານ​ມາ​ເພີ່ມ​ຂຶ້ນ 12,1%, ສາ​ມາດ​ບັນ​ລຸ​ລາຍ​ຮັບໄດ້​ເຖິງ 475 ຕື້ຢວນ, ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ປີ​ຜ່ານ​ມາ​ເພີ່ມ​ຂຶ້ນ 12,6%.

ໃນ​ໄລ​ຍະ​ບຸນ​ກຸດ​ຈີນ, ນັກ​ທ່ອງ​ທ່ຽວ​ຈີນ​ໄດ້​ເດີນ​ທາງ​ຈາກ 200 ກວ່າ​ເມືອງ​ຂອງ​ຈີນ​ໄປ​ 68 ປະ​ເທດ​ແລະ​ເຂດ​ແຄວ້ນ​ໃນ​ໂລກ, ໄດ້​ທ່ຽວ 730 ເມືອງ​ຂອງ​ຈີນ​ແລະ​ຕ່າງ​ປະ​ເທດ. ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ຍັງ​ແມ່ນ​ຈຸດ​ໝາຍ​ການ​ທ່ອງ​ທ່ຽວ​ຕົ້ນ​ຕໍ​ຂອງ​ນັກ​ທ່ອງ​ທ່ຽວ​ຈີນ​ທີ່​ໄປ​ທ່ຽວ​ຕ່າງ​ປະ​ເທດ, ອັກ​ຊັງ​ຕິນ, ແມັກ​ຊິກ​ແລະ​ປະ​ເທດ​ອື່ນໆ​ທີ່​ຫ່າງ​ຈາກ​ຈີນ​ນັ້ນ​ກໍ​ໄດ້​ຮັບ​ຄວາມ​ນິ​ຍົມ​ຫຼາຍ​ໃນ​ໄລ​ຍະ​ບຸນ​ກຸດ​ຈີນ​ເຊັ່ນ​ດຽວ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ