ຈີນ​ຄອງ​ຖາ​ນະ​ເປັນຄູ່​ການ​ຄ້າ​ໃຫຍ່​ທີ່​ສຸດ​ຂອງ​ຟີ​ລິບ​ປີນ
2018-02-22 16:10:49  cri 
ທ່ານ​ເອີ​ເນັ​ສ​ໂດ ເປ​ເນຍ, ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ແຫ່ງ​ຊາດ​ຟີ​ລິບ​ປີນເປີດ​ເຜີຍ​ໃນ​ວັນ​ທີ 21 ກຸມ​ພາ​ນີ້​ວ່າ, ມູນ​ຄ່​າ​ການ​ຄ້າ​ລະ​ຫວ່າງ​ຟີ​ລິບ​ປີນ​ແລະ​ຈີນ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ໃນ​ຫຼາຍ​ປີ​ຜ່ານ​ມາ, ປັດ​ຈຸ​ບັນ​ຈີນ​ໄດ້​ຄອງ​ຖາ​ນະ​​ເປັນຄູ່​ການ​ຄ້າ​ໃຫຍ່​ອັນ​ດັບ​ໜຶ່ງ​ຂອງ​ຟີ​ລິບ​ປີນ.

ໃນ​ໂອ​ກາດ​ເຂົ້າ​ຮ່ວມ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຄ້າ​ແຫ່ງ​ໜຶ່ງ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 21 ກຸມ​ພາ​ນີ້, ທ່ານ​ເປ​ເນຍ​ກ່າວ​ວ່າ, ຍອດ​ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ຟີ​ລິບ​ປີນ​ແລະ​ຈີນ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ໃນ​ຫຼາຍ​ປີ​ຜ່ານ​ມາ, ໃນ​ນັ້ນ​ມູນ​ຄ່າ​ການ​ນຳ​ເຂົ້າ​ສິນ​ຄ້າ​ຈາກ​ຈີນ​​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຈະ​ແຈ້ງ, ແລະ​ໄດ້​ຮັກ​ສາ​ຄວາມ​ໄວ​ເພີ່ມ​ຂຶ້ນ​ 20,7% ຕໍ່​ປີ​ເລີ່ມແຕ່​ປີ 2010 ຫາ​ປີ 2017. ເຮັດ​ໃຫ້​ຈີນ​​ລື່ນ​ກາຍ​ຍີ່​ປຸ່ນ​ແລະ​ໄດ້​ກາຍເປັນ​ຄູ່​ການ​ຄ້າ​ໃຫຍ່​ອັນ​ດັບ​ໜຶ່ງ​ຂອງ​ຟີ​ລິບ​ປີນ​ເມື່ອ​ປີ 2016, ແລະ​ໄດ້​ຄອງ​ຖາ​ນະ​ດັ່ງ​ກ່າວ​ໃນ​ປີ 2017.

ທ່ານ​ເປ​ເນຍ​ເຫັນ​ວ່າ, ການ​ສົ່ງ​ອອກ​ສິນ​ຄ້າ​ຕໍ່​ຈີນ​ຂອງ​ຟີ​ລິບ​ປີນ​ຍັງ​ມີ​ຊອງວ່າງ​ເພີ່ມ​ຂຶ້ນ, ​ແລະຫວັງ​ວ່າ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ​​ຈະສາ​ມາດ​ເພີ່ມ​ຂຶ້ນ​ຢ່າງວ່ອງ​ໄວ​ໃນ​ອະ​ນາ​ຄົດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ