ອາ​ເມ​ລິ​ກາ​ກ່າວ​ວ່າ​ຄະ​ນະ​ຜູ້​ແທນ ສ​ປ​ປ ເກົາ​ຫຼີ​ຍົກ​ເລີກ​ການ​ເຈ​ລະ​ຈາ​ກັບ​ອາ​ເມ​ລິ​ກາ​ຢູ່​ພຽງ​ຊາງ
2018-02-22 16:14:31  cri 
ທ່ານ​ຮີດ​ເຕີ ​ນູ​ເອັດ​ທ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ກ່າວ​ໃນ​ວັນ​ທີ 20 ກຸມ​ພາ​ນີ້​ວ່າ, ໃນ​ໄລ​ຍະເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ພຽງ​ຊາງ, ​ຄະ​ນະ​ຜູ້​ແທນ ສ​ປ​ປ ເກົາ​ຫຼີ​ໄດ້​ຍົກ​ເລີກ​ການ​ເຈ​ລະ​ຈາ​ກັບ​ອາ​ເມ​ລິ​ກາ.

ທ່ານ​​ນູ​ເອີດ​ທ ກ່າວ​ວ່າ, ປະ​ເທດ​ຕົນ​ຮູ້​ສຶກ​ເສຍ​ດາຍ​ຕໍ່ ສ​ປ​ປ ເກົາ​ຫຼີ​ທີ່​ປະ​ລະ​ໂອ​ກາດ​ຄັ້ງ​ນີ້, ອາ​ເມ​ລິ​ກາ​ຈະ​ສື​ບ​ຕໍ່​ເພີ່ມ​ກຳ​ລັງ​​ກົດ​ດັນ​ດ້ານ​ເສດ​ຖະ​ກິດ​ແລະ​ການ​ຕ່າງ​ປະ​ເທດ​ຕໍ່ ສ​ປ​ປ ເກົາ​ຫຼີ, ຈົນ​​ກວ່າ ສ​ປ​ປ ເກົາ​ຫຼີ​ຈະ​ເຫັນ​ດີ​ຈັດ​ການ​ເຈ​ລະ​ຈາ​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ໄດ້​ກ່ຽວ​ກັບ​ການ​ບັນ​ລຸ​ໃຫ້​ແຫຼມ​ເກົາ​ຫຼີ​ປອດ​ອາ​ວຸດ​ນີວ​ເຄຼຍ.

ປັ​ດ​ຈຸ​ບັນ ສ​ປ​ປ ເກົາ​ຫຼີ​ບໍ່​ໄດ້​ສະ​ແດງ​ທ່າ​ທີ​ຕໍ່​ຄວາມ​ເວົ້າ​ຂອງ​ອາ​ເມ​ລິ​ກາ​ກ່ຽວ​ກັບ​ເລື່ອງ​ນີ້​ແຕ່​ຢ່າງ​ໃດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ