ສູນ​ໄກ່​ເກ່ຍການ​ຢຸດ​ຍິງຣັດ​ເຊຍ​ປະຈຳ​ຊີຣີ​ໄດ້​ຖືກ​​ໂຈມ​ຕີ
2018-02-22 16:38:05  cri 
ສຳນັກ​ຂ່າວຣັດ​ເຊຍວັນ​ນີ້​ໄດ້​ອ້າງ​ຕາມ​ການ​ເປີດ​ເຜີຍ​ຂອງ​ສູນ​ໄກ່​ເກ່ຍການ​ຢຸດ​ຍິງຣັດ​ເຊຍ​ປະຈຳ​ຊີຣີ​ໂດຍ​ລາຍ​ງານ​ວ່າ: ວັນ​ທີ 20 ກຸມພາ​ນີ້, ສູນ​ໄກ່​​ເກ່ຍການ​ຢຸດ​ຍິງຣັດ​ເຊຍ​ປະຈຳ​ຊີຣີທີ່​ຕັ້ງ​ຢູ່​ນະຄອນຫຼວງ​ດາ​ມາດ​ຊີຣີ​ໄດ້​ຖືກ​ໂຈມ​ຕີ ​​ແຕ່​ບໍ່​ມີ​ຄົນຣັດ​ເຊຍ​ເສຍ​ຊີວິດ ຫຼື ບາດ​ເຈັບ.

ການ​ໂຈມ​ຕີ​ດັ່ງກ່າວ​ໄດ້​ເຮັດ​​ໃຫ້​ສູນ​​ໄກ່​ເກ່ຍຖືກ​ເສຍ​ຫາຍ​ຢ່າງ​ໜັກໜ່ວງ. ຂະນະ​ດຽວ​ກັນຜູ້​ປະກອບ​ອາວຸດ​ຍັງຍິງປືນ​ໃຫຍ່​ໃສ່​​ເຮືອນ​ປະຊາຊົນທີ່ຢູ່​ໃກ້​ກັບ​ສູນ​​ດັ່ງກ່າວ ​ສົ່ງ​ຜົນເຮັດ​ໃຫ້ມີ​ປະຊາຊົນຊີຣີເສຍ​ຊີວິດ ​ແລະ​ບາດ​ເຈັບ​ຈຳນວນ​ໜຶ່ງ.

ຂ່າວ​ແຈ້ງ​ຕື່ມ​ວ່າ: ສູນ​​ໄກ່​ເກ່ຍການ​ຢຸດ​ຍິງຣັດ​ເຊຍ​ປະຈຳ​ຊີຣີ​ໄດ້​ຊາບວ່າ ຢູ່​ແຂວງ​ອາ​ເລ​ບ​ໂປ, ລະ​ຕາ​​ເກ​ຍ, ອິດ​ລິບ ​ແລະ​ໂຮມ​ສ​ໄດ້​ລະ​ເມີດ​ສັນຍາ​ຢຸດ​ຍິງ. ສະ​ນັ້ນ, ສູນດັ່ງກ່າວ​ຈຶ່ງ​ໄດ້ຮຽກຮ້ອງ​ໃຫ້​ຝ່າຍໆ​ທີ່​ກ່ຽວຂ້ອງ​ປະຕິບັດ​ຕາມ​ສັນຍາ​ຢຸດ​ຍິງ​ຢ່າງ​ເຂັ້​ມງວດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ