ລາຍ​ຮັບ​ຈາກ​ປີ້​ຮູບ​ເງົາ​ຈີນ​ໃນ​ໄລຍະ​ບຸນ​ກຸດ​ຈີນ​ບັນລຸ​ເຖິງ 5,4 ຕື້​ຢວນ
2018-02-22 16:40:02  cri 
ຕະຫຼາດ​ຮູບ​ເງົາ​ຈີນ​ຄຶກຄື້ນສົມຄວນໃນໄລຍະ​ບຸນ​ກຸດ​ຈີນປີ 2018, ຕາມ​​ສະຖິຕິ, ​ນັບແຕ່​ວັນ​ທີ 16-21 ກຸມພາ​ນີ້, ລາຍ​ຮັບ​ຈາກ​ປີ້​ເຂົ້າ​ຊົມ​ຮູບ​ເງົາບັນລຸ​ເຖິງ 5,4 ຕື້​ຢວນ ​ເຊິ່ງ​ໄດ້​ສ້າງ​ສະຖິຕິ​ໃໝ່​​ຂອງ​ຕະຫຼາດ​ຮູບ​ເງົາ​ຈີນ​​ໃນ​ໄລຍະ​ບຸນ​ກຸ​ດຈີນ. ນອກຈາກ​ນີ້, ​ໃນວັນຂຶ້ນ 1 ​ຄ່ຳເດືອນ​ຈຽງ​ຕາມ​ຈັນທະຄະຕິ​ຈີນວັນ​ດຽວ, ລາຍ​ຮັບຈາກ​ປີ້​​ເຂົ້າ​ຊົມບັນລຸ​ເຖິງ 1,265 ຕື້​ຢວນ, ຫຼາຍ​ກວ່າ​ຈຳນວນ​ໃນ​​ໄລຍະ​ດຽວ​ກັນ​ປີ 2017.

ສິ່ງ​ທີ່​ໜ້າ​ສົນ​ໃຈ​ແມ່ນໃນ​ໄລຍະ​ບຸນ​ກຸດ​ຈີນ​ປີ​ນີ້, ມີຮູບ​ເງົາ​ໃໝ່ຫຼາຍ​ກວ່າ 20 ​ເລື່ອງ, ສາຍຮອດ 9​ ​ໂມງ​ຕອນ​ເຊົ້າ​ວັນ​ທີ 22 ກຸມພາ​ນີ້, ມີ 3 ​ເລື່ອງສາມາດສ້າງ​ລາຍ​ຮັບ​ຈາກ​ປີ້​ເຂົ້າ​ຊົມ​ໄດ້​ຢ່າງ​ຫຼວງ​ຫຼາຍ ຄື ​ເລື່ອງ​ສືບສວນ-ສອບ​ສວນ "​ຄະດີ​ຢູ່​ເສັ້ນທາງ​ຈີນ2" ​ສ້າງ​ລາຍ​ຮັບ​ໄດ້ 1,94 ຕື້​ຢວນ, ​ເລື່ອງ "ຈັບ​ຜີ2" ​ໄດ້ 1,72 ຕື້​ຢວນ ​ແລະຮູບ​ເງົາ​ເລື່ອງ "ການ​ເຄື່ອນ​ໄຫວ​ທະ​ເບ​ແດງ" ສ້າງ​ລາຍ​ຮັບ​ໄດ້ 1,24 ຕື້​ຢວນ, ທຸກ​ເລື່ອງລ້ວນ​ແຕ່ສາມາດ​ສ້າງ​ລາຍ​ຮັບ​ໄດ້​ຫຼາຍ​ກວ່າ 1 ຕື້​ຢວນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ