ຕຳຫຼວດ​ມາ​ເລ​ເຊຍ​ຈັບ​ຜູ້​ຕ້ອງ​ຫາກໍ່​ການ​ຮ້າຍIS 11 ຄົນ
2018-02-22 16:41:32  cri 

ວັນ​ທີ 21 ກຸ​ມພາ​ນີ້, ​ເຈົ້າ​ໜ້າ​ທີ່ຕຳຫຼວ​ດມາ​ເລ​ເຊຍ​ກ່າວ​ວ່າ: ຕຳຫຼວດປະ​ເທດ​ຕົນ​ໄດ້​ຈັບ​ຜູ້​ຕ້ອງ​ຫາ​ມາ​ເລ​ເຊຍ ​ແລະ​ຟິລິບ​ປິນທີ່​ເປັນ​ສະມາຊິກ​ກຸ່ມ​ກໍ່​ການ​ຮ້າຍ 11 ຄົນ​ໃນ​ມໍ່ໆ​ນີ້,​ ​ໃນ​ນັ້ນ, ສ່ວນໜຶ່ງ​ມີ​ການ​ພົວພັນ​ກັບ​ກຸ່ມ​ປະກອບ​ອາວຸດອາ​ບູຊາ​ຢັບຟິລິບ​ປິນ.

ທ່ານ​ໂມ​ຮາ​ມັດ ຟູ​ຈີ ຮາຣູນ ຫົວໜ້າ​ກອງທັບ​ຊາ​ການ​ຕຳຫຼວດ​ມາ​ເລ​ເຊຍ​ໄດ້​ອອກ​ຖະ​ແຫຼ​ງການ​​ໃນ​ມື້​ດຽວ​ກັນ​ວ່າ: ​ເຈົ້າ​ໜ້າ​ທີ່ຕຳຫຼວດ​ໄດ້ປະຕິບັດ​ການ​ຕ້ານ​ການກໍ່​ການ​ຮ້າຍຢ່າງ​ຕໍ່​ເນື່ອງແຕ່​ວັນ​ທີ 24 ມັງກອນ​ຫາ​ວັນ​ທີ 6 ກຸ​ມພາ​ນີ້ ​ເຊິ່ງສາມາດ​ຈັບ​ຜູ້​ຕ້ອງ​ຫາ​ໄດ້ 11 ຄົນ ​ໃນ​ນັ້ນ​ມີ 1 ຄົນ​​ທີ່​​ເປັນ​ສະມາຊິກ​ຄົນສຳຄັນ​ຂອງກຸ່ມ​ປະກອບ​ອາວຸດອາ​ບູຊາ​ຢັບທີ່​ມີ​ອາຍຸ 27 ປີ.

ຕາມ​ຂໍ້​ມູນ​ຈາກ​ຜູ້​ຕ້ອງ​ຫາ​ດັ່ງກ່າວ​ຈຶ່ງ​ຮູ້​ວ່າ: ກຸ່ມ​ປະກອບ​ອາວຸດອາ​ບູຊາ​ຢັບຈະ​ຈັດ​ຕັ້ງ​ເປັນ​ອົງ​ກອນ​ໜຶ່ງ​ຂຶ້ນ​ຢູ່​ລັດ​ຊາ​ບະ​ປະ​ເທດ​ມາ​ເລ​ເຊຍ​ ​ເພື່ອ​​​ຝຶກ​ອົບຮົມ​ໃຫ້​ແກ່​ສະມາຊິກ ​ແລ້ວວາງ​ແຜນ​ເພື່ອ​ດຳ​ເນີນ​ການ​ໂຈມ​ຕີ​ຢູ່​ລັດ​ຊາບະ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ