​ເຂດ​ປົກຄອງ​ຕົນ​ເອງ​​ເຜົ່າ​ຈວ້າງ​ກວາງຊີ​ໄດ້​ຈັດ​ງານ​ລ້ຽງຫຼາຍ​ກວ່າ 200 ​ໂຕະ
2018-02-22 16:50:25  cri 

ວັນ​ທີ 21 ກຸ​ມພາ​ນີ້​ແມ່ນ​ວັນ​ຂຶ້ນ 6 ຄ່ຳ​ເດືອນ​ຈຽງ​ຕາມ​ຈັນທະຄະ​ຕິ​ຈີນ, ຢູ່​ບ້ານ​ກູ​ມູ້​ຕາ​ແສງ​​ໄຈ້​ຊ່າ​ເມືອງ​ລູ້​​ໄຈ້ນະຄອນ​ຫຼີວ​ໂຈ່​ວ​​ເຂດ​ປົກຄອງ​ຕົນ​ເອງເຜົ່າ​ຈວ້າງ​ກວາງຊີ​ ສປ ຈີນໄດ້​ຈັດ​ງານ​ລ້ຽງ​ສະ​ເຫຼີ​ມສະຫຼອງ​ບຸນ​ກຸດ​ຈີນ​ຄັ້ງ​ທີ 4. ຊາວບ້ານ​ໄດ້​​ແຕ່ງອາຫານ 260 ​ໂຕ​ະ​ໃຫ້​ປະຊາຊົນຫຼາຍ​ກວ່າ 2000 ຄົນ​​ແບ່ງປັນ​ອາຫານ​ພິ​ເສດຂອງ​ຊາວ​ແຄະ​ຮ່ວມ​ກັນ ​ເພື່ອ​ສະ​ເຫຼີ​ມສະຫຼອງ​ບຸ​ນກຸດ​ຈີນ ​ແລະ​ຫວັງ​ວ່າຈະສາມາດເກັບ​ກູ້​ເຂົ້າ ​ແລະ​ຜົນ​ຜະລິດ​ຕ່າງໆ​ໄດ້ຮັບຜົນ​ອຸດົມສົມບູນ ​ແລະ​ຟ້າ​ຝົນຈະອຳນວຍ​​ດີ​ຕະຫຼອດປີ 2018.

1  2  3  4  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ