ການນຳໃຊ້ລະບົບ FMIS ຈະຄຸ້ມຄອງແຫລ່ງທຶນ ແລະ ຄຸ້ມຄອງຈ່າຍງົບປະມານດີຂຶ້ນ
2018-02-23 15:33:45  cri 

ຂປລ. ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ທີ່ກະຊວງການເງິນ, ກົມນະໂຍບາຍການເງິນ ແລະ ນິຕິກໍາໄດ້ຈັດກອງປະຊຸມປຶກສາຫາລື ແລະ ປະກອບຄໍາຄິດເຫັນກ່ຽວກັບ ຄວາມເປັນ
ເອກະພາບ ທາງດ້ານໂຄງສ້າງ
, ເຕັກນິກ ແລະ ແຜນການຈັດຕັ້ງປະຕິບັດ ລະບົບຂໍ້ມູນຂ່າວສານ ການເງິນແຫ່ງລັດ (FMIS) ຂຶ້ນໂດຍການເຂົ້າຮ່ວມເປັນປະທານຂອງ
ທ່ານ ສົມດີ ດວງດີ ຮອງຍົກລັກ ຖະມົນຕີ ລັດຖະມົນຕີ ກະຊວງການເງິນ
, ມີບັນດາ ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ ແລະ ພາກສ່ວນທີ່ກ່ຽວຂ້ອງ
ເຂົ້າຮ່ວມ.

 

ທ່ານ ບຸນເຫລືອ ສິນໄຊວໍຣະວົງ ຫົວໜ້າກົມນະໂຍບາຍການເງິນ ແລະ ນິຕິກໍາໃຫ້ຮູ້ວ່າ: ເພື່ອປຶກ ສາຫາລື ກ່ຽວກັບການຮັບຮອງເອົາແຜນການກະກຽມຄວາມພ້ອມ ເພື່ອ
ການຈັດຕັ້ງ ປະຕິບັດລະບົບ
FMIS ແລະ ການອອກແບບຂອງໂຄງການ ສ້າງລະບົບການຄຸ້ມຄອງ ການເງິນແຫ່ງລັດເປັນທັນສະໄໝ ທັງສືບຕໍ່ປັບປຸງລະບົບ GFIS
ໃນໄລຍະຂ້າມຜ່ານ ເພື່ອຮັບປະກັນ ທາງດ້ານເຕັກນິກ ວິຊາການໃຫ້ ສາມາດໂອນຂໍ້ມູນ ຈາກລະບົບ GFIS ໄປສູ່ລະບົບ FMIS ຕາມແຜນການທີ່ວາງໄວ້ ໃນແຜນ
ປະຕິຮູບລະບົບການເງິນແຫ່ງລັດ ແຕ່ນີ້ຮອດປີ
2020, ຊຶ່ງຕິດພັນກັບການປະຕິຮູບ ວຽກງານງົບປະມານ ແລະ ຄັງເງິນແຫ່ງຊາດ ໂດຍກົງ. ວຽກງານດັ່ງກ່າວ, ເປັນການ
ສ້າງລະບົບທີ່ທັນສະໄໝ ເຂົ້າມາຊ່ວຍ ໃນການຄຸ້ມຄອງວຽກງານງົບປະມານ ແລະ ຄັງເງິນ ເປັນຕົ້ນແມ່ນ ການສ້າງແຜນງົບປະມານ ຈົນຮອດການ ສະຫລຸບລາຍງານ
,
ລະບົບ FMIS ເປັນລະບົບທີ່ສໍາຄັນ ໃນການຄຸ້ມຄອງລາຍຈ່າຍງົບປະມານ, ຊຶ່ງຈະຊ່ວຍໃນການຄວບຄຸມ ຖານະການເງິນໃຫ້ດີຂຶ້ນ, ຄຸ້ມຄອງຄັງເງິນສົດໃຫ້ດີກວ່າເກົ່າ
ແລະ ລາຍງານບັນຊີ ຄ້າງຊຳລະ
, ການເຊື່ອມຕໍ່ ລະຫວ່າງ ການອະນຸມັດງົບປະມານ ແລະ ການຈັດຕັ້ງປະຕິບັດ ງົບປະມານ, ຮັບປະກັນການລາຍຈ່າຍ ທີ່ສອດຄ່ອງກັບ
ແຜນງົບປະມານ
, ແຜນສັ່ງຈ່າຍ ແລະ ແຜນຈັດສັນເງິນສົດ, ຕິດຕາມໜີ້ຄ້າງຊຳລະ, ເງິນສົດໃນບັນຊີທະນາຄານ, ໜີ້ສິນ ແລະ ການຂາດດຸນງົບປະມານ ແຕ່ລະໄລຍະ
ປັບປຸງຖານຂໍ້ມູນເບື້ອງຕົ້ນ ເຮັດໃຫ້ການກະກຽມງົບປະມານ ມີຄວາມຖືກຕ້ອງ.

 

ພາຍຫລັງເລີ່ມ ຈັດຕັ້ງປະຕິບັດລະບົບ FMIS ແລ້ວຈະເຮັດໃຫ້ກະຊວງການເງິນ ສາມາດຮັບປະກັນການຄວບຄຸມ ການເງິນທີ່ດີຂຶ້ນ, ຄຸ້ມຄອງແຫລ່ງທຶນໄດ້ດີ, ໂດຍການ
ສະໜອງ ຂໍ້ມູນຫລ້າສຸດກ່ຽວກັບ ແຫ່ລງເງິນ ທີ່ຍັງບໍ່ໄດ້ຊຳລະ ແລະ ຂໍ້ມູນຂ່າວສານ ກ່ຽວກັບຖານະການເງິນຂອງງົບປະມານ
, ການເຊື່ອມໂຍງຂໍ້ມູນງົບປະມານ ທີ່ຖືກຮັບ
ຮອງ ແລະ ຂໍ້ມູນການ ປະຕິບັດງົບປະມານ
, ຮັບປະກັນວ່າທຸກໆ ລາຍຈ່າຍ ແມ່ນສອດຄ່ອງກັບເປົ້າໝາຍ ສະເພາະຂອງງົບປະມານ, ພັນທະສັນຍາຂອງງົບປະມານ ແລະ
ການຈັດສັນແຫລ່ງທຶນ ຂອງງົບປະມານ
, ສາມາດຕິດຕາມກວດກາ ຢ່າງໃກ້ຊິດຕໍ່ການຄ້າງຊໍາລະ, ເງິນສົດໃນ ບັນຊີເງິນຝາກ ຂອງລັດຖະບານ, ໜີ້ຄ້າງຊໍາລະງົບປະມານ
ແລະ ການຂາດດຸນງົບປະມານ
, ປັບປຸງຄຸນນະພາບຂອງ ຂໍ້ມູນພື້ນຖານ ໃຫ້ສາມາດສ້າງງົບປະມານໄດ້ຖືກຕ້ອງ, ຊຶ່ງຄາດວ່າປີ 2020 ຈະສາມາດໃຊ້ງານ ລະບົບດັ່ງ ກ່າວ
ໄດ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ