ອາ​ເມ​ລິ​ກາ​ສຳຫຼວດ​ແບບ​ຕ້ານ​ການ​ເກື້ອ​ກູນ​ແລະ​ຕ້ານ​ການ​ຂາຍ​ທຸ້ມ​ຕະຫຼາດ​ຕໍ່​ຢາງ​ບ້ວງ​ທີ່​ນຳ​ເຂົ້າ​ຈາກ​ຈີນ​ແລະ​ໄທ
2018-02-23 10:55:29  cri 
ວັນ​ທີ 22 ກຸມ​ພາ​ນີ້,ທ່ານ​ວິນ​ເບີ ໂຣ​ສ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ​ອາ​ເມ​ລິ​ກາ​ປະ​ກາດ​ວ່າ ອາ​ເມ​ລິ​ກາ​ຈະ​ປະ​ຕິ​ບັດ​ມາດ​ຕະ​ການ​ສຳຫຼວດ​ແບບ​ຕ້ານ​ການ​ເກື້ອ​ກູນ​ແລະ​ຕ້ານ​ການ​ຂາຍ​ທຸ້ມ​ຕະຫຼາດ​ຕໍ່​ຜະ​ລິດ​ຕະ​ພັນ​ຢາງ​ບ້ວງ​ທີ່​ນຳ​ເຂົ້າ​ຈາກ​ຈີນ,ສີ​ລັງ​ກາ​ແລະ​ໄທ.

ກະ​ຊວງ​ການ​ຄ້າ​ອາ​ເມ​ລິ​ກາ​ອ້າງວ່າ: ການ​ສຳຫຼວດ​ເທື່ອ​ນີ້​ແມ່ນ​ເພື່ອ​ຕອບ​ຮັບ​ການ​ຂໍ​ຮ້ອງ​ຈາກບໍ​ລິ​ສັດ​ສະ​ຫະ​ພັນ​ຢາງ​ພາ​ລາ​ອາ​ເມ​ລິ​ກາ. ຜະ​ລິດ​ຕະ​ພັນ​ຢາງ​ບ້ວງ​ທີ່​ນຳ​ເຂົ້າ​ຈາກ​ຈີນ ຂາຍ​ທຸ້ມ​ຕະຫຼາດ​ໃນ​ລະ​ດັບ 27,27%, ຢາງ​ບ້ວງ​ຈາກ​ສີ​ລັງ​ກາ​ 56,54%ຫາ 133,13%, ຢາງ​ບ້ວງ​ຈາກ​ໄທ​ 28,92% ຫາ 78,36%, ສ່ວນ​ອັດ​ຕາ​ການ​ເກື້ອ​ກູນໄດ້​ລື່ນ​ລະ​ດັບ​​ປະ​ເທດ​ພວມ​ພັດ​ທະ​ນາທີ່​ບໍ່​ໃຫ້​ກາຍ 2%.

ກະ​ຊວງ​ການ​ຄ້າ​ອາ​ເມ​ລິ​ກາ​ເປີດ​ເຜີຍ​ວ່າ: ປີ 2017ຜ່ານ​ມາ, ອາ​ເມ​ລິ​ກາ​ໄດ້​ນຳ​ເຂົ້າ​ຜະ​ລິ​ດຕ​ະ​ພັນ​ຢາງ​ບ້ວງ​ຈາກ​ຈີນ​ໃນ​ມູນ​ຄ່າປະ​ມານ 4 ລ້ານ 9 ແສນ​ໂດ​ລາ​ສະ​ຫະ​ລັດ, ຈາກ​ສີ​ລັງ​ກາ 2 ລ້ານ​ໂດ​ລາ​ສະ​ຫະ​ລັດ, ຈາກ ໄທ 12 ລ້ານ 1 ແສນ 2 ໝື່ນ​ໂດ​ລາ​ສະ​ລະ​ຫັດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ