WHO ​ໃຫ້​ຄຳ​ເຫັນ​ຕໍ່​ການ​ປ່ຽນພາກສ່ວນ​ເຊື້ອ​ພະຍາດ​ໃນ​ວັກ​ແຊງ​​ໄຂ້ຫວັດ​ໃຫຍ່​ຕາມ​ກຳນົດ​ເວລາ
2018-02-23 11:17:39  cri 

ກອງ​ປະຊຸມ​ປຶກສາ​ຫາລື​ພາ​ກສ່ວນປະກອບ​ຢາ​ວັກ​ແຊງ​ປ້ອງ​ກັນໄຂ້ຫວັດ​ໃຫຍ່​ຕາມ​ລະດູ​ການ​​ຢູ່​ເຟື້ອງ​ໂລກ​ເໜືອ​ປີ 2018-2019 ທີ່​ອົງການ​ອະນາ​ໄມ​ໂລກ ຫຼື WHO ຈັດ​ຂຶ້ນຢູ່​ເຊີ​ແນວ​ນັ້ນ ​ໄດ້​ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 22 ກຸມພາ​ນີ້ ​ໂດຍ​ໄດ້​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ພາກສ່ວນ​ປະກອບ​ຢາ​ວັກ​ແຊງ​ປ້ອງ​ກັນໄຂ້ຫວັດ​ໃຫຍ່​ຕາມ​ລະດູ​ການໃນ​ຕໍ່ໜ້າ. WHO ​ໄດ້​ເນັ້ນວ່າ: ມີ​ຄວາມ​ຈຳ​ເປັນ​ໃນ​ການ​ປ່ຽນ​ພາກສ່ວນ​ເຊື້ອ​ພະຍາດ​ໃນ​ຢາ​ວັກ​ແຊງປ້ອງ​ກັນ​ໄຂ້​ຫວັດ​ໃຫຍ່​ຕາມ​ກຳນົດ​ເວລາ ​ເພື່ອ​ເພີ່ມ​ທະວີ​ປະສິດທິ​ຜົນ​ຂອງ​ຢາ​ວັກ​ແຊງ.

ທ່ານ​ປີ​ເຕີ ຊາ​ລາມາ ​ເອກ​ອະທິບໍດີ​ອົງການ​ອະນາ​ໄມ​ໂລກ​ເພື່ອ​ຕ້ານ​ເຫດການ​ສາທາລະນະ​ສຸກ​ເສີນ ​ໄດ້​ກ່າວ​ປາ​ໄສ​ວ່າ: ​ຈຸດ​ພິ​ເສດຈຸດ​​ໜຶ່ງທີ່​ສຳຄັນ​ທີ່​ສຸດ​ຂອງໄຂ້ຫວັດ​​ໃຫຍ່​ທີ່​ແຜ່​ລະ​ບາດຕາມ​ລະດູ​ການ​ກໍ​ຄື ມັນ​ສາມາດ​ສ້າງ​​ໂສກ​ນາດຕະກຳ ​ໂດຍ​ເຮັດ​ໃຫ້​ປະຊາຊົນເປັນ​ພັນ​ເປັນ​ໝື່ນ​ຄົນ​ເສຍ​ຊີວິດ​ໃນ​ທົ່ວ​ໂລກ ​ເຊິ່ງ​ແຕ່ລະ​ປີ​ມີ​ປະມານ 650.000 ຄົນ​ເສຍ​ຊີວິດ​ຍ້ອນ​ເປັນ​ໄຂ້ຫວັດ​ໃຫຍ່​ຕາມ​ລະດູ​ການ.

WHO ​ເນັ້ນວ່າ: ການ​ປ່ຽນ​ພາກສ່ວນ​ເຊື້ອ​ພະຍາດ​ໃນ​ຢາ​ວັກ​ແຊງ​ປ້ອງ​ກັນໄຂ້ຫວັດ​ໃຫຍ່​ຕາມ​ກຳນົດ​ເວລາ​ມີ​ຄວາມ​ຈຳ​ເປັນຢ່າງ​ຍິ່ງ ​ເພື່ອ​​ເຮັດ​ໃຫ້​ຢາ​ວັກ​ເຊ​ງມີ​ປະສິດທິ​ຜົນຢ່າງ​ຍິ່ງ​ໃນ​ການຮັບ​ມື​ກັບ​ເຊື້ອ​ພະຍາດ​ໄຂ້ຫວັດ​ໃຫຍ່​ທີ່​ມີ​ການ​ປ່ຽນ​ແປງ​ເລື້ອຍໆ​. ຕາມ​ທີ່​ເຄີຍ​ປະຕິບັດ​ຜ່ານ​ມາ, ອົງການ​ຕິດຕາມ​ຄຸ້ມ​ຄອງ​ຢາ​ຊັກ​ແຊງ ​ແລະ ບໍລິສັດ​ຜະລິດ​ຢາ​ຂອງປະ​ເທດ​ຕ່າງໆຈະ​ຮ້ອງ​ຂໍ​ໃບ​ອະນຸຍາດ​ເພື່ອພັດທະນາ ​ແລະ​ຜະລິດ​ຢາ​ວັກ​ແ​ຊງ.ກ່ຽວ​ກັບ​ການ​ປ້ອງ​ກັນ​ໄຂ້ຫວັດ​ໃຫຍ່​ທີ່​ແຜ່​ລະບາດຕາມ​ລະດູ​ການນັ້ນ ກ່ອນ​ອື່ນ​ກໍ​ຄື​ສັກ​ຢາ​ວັກ​ແຊງ ​ໂດຍ​ສະ​ເພາະ​ເດັກນ້ອຍ, ຜູ້​ເຖົ້າ ​ແລະ ຜູ້​ເປັນ​ພະຍາດ​ຊຳ​ເຮື້ອ. ນອກ​ນີ້, ການສ້າງ​ຄວາມ​ຄຸ້ນ​ເຄີຍ​ທີ່​ດີ​ໃນ​ການຮັກສາສຸຂະພາບຂອງ​ຕົນ​ກໍ​ເປັນ​​ເລື່ອງ​ທີ່​ສຳຄັນ​ທີ່​ສຸດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ