ສາຍດ່ວນ​ຊ່ວຍ​ການ​ຄຸ້ມຄອງ​ຂອງ​ລັດຖະບານລາວ
2018-02-23 16:38:52  cri 

ໜັງສືພິມ "ວຽງ​ຈັນທາ​ມ" ລາຍ​ງານ​ວ່າ: ​ໃນ​ກອງ​ປະຊຸມ​ຄະນະ​ກຳມະການ​ໂທລະສັບ​ສາຍ​ດ່ວນ​ຄັ້ງທຳ​ອິດ​ທີ່​ຈັດ​ຂຶ້ນຫວ່າງ​ມໍ່ໆ​ມາ​ນີ້, ທ່ານນາງ ວຽງ​ສະຫວັນ ດວງ​ສະຫວັນ ຮອງ​ຫົວໜ້າ​ຫ້ອງ​ວ່າການ​ສຳນັກງານ​ນາຍົກລັດຖະມົນຕີ ກ່າວ​ວ່າ: ​ໂທລະສັບ​ສາຍ​ດ່ວນ​ສາມາດ​ຊ່ວຍ​ລັດຖະບານ​ໃນ​ການ​ຮັບ​ຮູ້​ສິ່ງທີ່​ສົນ​ໃຈ​ຂອງ​ປະຊາ​ຊົນ​ໄດ້​ດີກ​ວ່າ​ເກົ່າ ​ແລະ ສາມາດ​ແກ້​ໄຂ​ບັນຫາ​​ໃຫ້ປະຊາຊົນ​ຕາມ​ສະພາບ​ຄວາມ​ເປັນຈິງ.

ທ່ານນາງ ​ວຽງ​ສະຫວັນ ກ່າວ​ຕື່ມ​ວ່າ: ລັດຖະບານ​ໃຫ້​ຄວາມ​ສຳຄັນ​ຕໍ່ບັນຫາ​ທີ່​ປະຊາຊົນ​ສົນ​ໃຈ​ນຳ ​ເຊິ່ງ​ກວມ​ເອົາ​ທຸກຂະ​ແໜງ​ການ ທັງຫາ​ວິທີ​ແກ້​ໄຂ​ບັນຫາ​ຕາມ​ກົດໝາຍ ດ້ວຍ​ຄວາມໂປ່​ງ​ໃສ ​ແລະ ທ່ຽງ​ທຳ.

​ເພື່ອ​ຮັບ​ຮູ້​ບັນຫາ​ແລະ​ຄຳ​ເຫັນທີ່​ປະຊາຊົນ​ສົນ​ໃຈໃຫ້​ດີກ​ວ່າ​ເກົ່າ ສຳນັກງານ​ນາຍົກລັດຖະມົນຕີລາວ ​ໄດ້​ເປີດ​ສາຍ​ດ່ວນ​ເບີ 1516 ​ໃນ​ວັນ​ທີ 4 ພະຈິກ​ປີ 2016. ຈາກ​ນັ້ນມາ, ກົມ​ປະຊາສຳພັນ ຫ້ອງ​ວ່າການ​ສຳນັກງານ​ນາຍົກລັດຖະມົນຕີ ​ໄດ້​ເປີດ​ເຜີຍ​ບົດ​ລາຍ​ງານ​ສະບັບ​ໜຶ່ງ ​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ ມີ​ປະຊາຊົນ 2.700 ຄົນ​ໄດ້​ໂທສາ​ຍດ່ວນດັ່ງກ່າວ ​ແລະ ​ໃນ​ນັ້ນ ມີ 2.250 ​ເທື່ອຄົນ​ມີ​ຂໍ້​ສະ​ເໜີ​​ຕໍ່​ລັດຖະບານ ​ໂດຍ​ສະ​ເພາະບັນຫາ​ທີ່​ດິນ​ແມ່ນ​ບັນຫາ​ທີ່​ໄດ້​ຮັບ​ຄວາມ​ສົນ​ໃຈຫຼາຍທີ່​ສຸດ​ ​ລວມທັງ​ໝົດ​ມີ 735 ​ເລື່ອງທີ່​ມີ​ສ່ວນ​ກ່ຽວ​ພັນ​ເຖິງ​ຊັບ​ສິນ​ທາງທີ່​ດິນ. ນອກ​ນີ້, ບັນຫາ​ທີ່​ປະຊາຊົນ​ສົນ​ໃຈອ່າວຫຼາຍຍັງ​ມີ​ບັນຫາ​ຢາ​ເສບ​ຕິດ, ​ເງິນ​ເດືອນ, ການ​ສໍ້​ລາດ​ບັງຫຼວງ, ການ​ຕັດ​ໄມ້​ແບບ​ຜິດ​ກົດໝາຍ ​ແລະ​ອື່ນໆ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ