ທາງຫຼວງ-​ເສັ້ນທາງ​ແຫ່ງ​ຄວາມສຸກ​ຢູ່​ຊົນນະບົດ
2018-02-23 16:59:16  cri 

​ໃນ​ໄລຍະ​ບຸນ​ກຸດ​ຈີນ​ປີ​ນີ້, ນັກ​ຂ່າວ​ໄດ້​​ຂັບລົດໄປ​ເກັບ​ກຳ​ຂ່າວ​ຢູ່​ຊົນນະບົດ​ຫ່າງ​ໄກ​ສອກຫຼີກ 20 ​ກວ່າແຫ່ງຢູ່​ເມືອງ​ປົກຄອງ​ຕົນ​ເອງ​ເຜົ່າ​ຫຸຍ​ເຜົ່າ​ຢີສິນ​ຕ້ຽນ​ແຂວງ​ຢຸນນານ ສປ ຈີນ ​ໂດຍ​ໄດ້​ສຳຜັດ​ກັບ​ທາງຫຼວງຢູ່​ຊົນນະບົດທີ່​ໄດ້​ພັດທະນາ​ແບບ​ກ້າວ​ກະ​ໂດດ​ໃນ​ຊຸມ​ປີ​ຜ່ານ​ມາ ​ເຊິ່ງຫ້ອງການຄົມມະນາຄົມ-ຂົນສົ່ງເມືອງດັ່ງກ່າວໄດ້ເປີດເຜີຍວ່າ: ນັບແຕ່ປີ 2012-2017, ເມືອງຕົນ​ໄດ້​ດຳ​ເນີນ​ການ​ກໍ່ສ້າງໂຄງການ​ທາງຫຼວງຊົນນະບົດ​ລວມທັງ​ໝົດກວ່າ 1.485 ກິ​ໂລ​ແມັດ ​ເຊື່ອມ​ຕໍ່​ບ້ານ​ບໍລິຫານ 174 ​ບ້ານ 100% ​ເປັນ​ການ​ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ການ​ເດີນທາງ​ໄປມາ​ຂອງ​ປະຊາຊົນ ນອກ​ນີ້, ກໍ​​ເປັນ​ການ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ຊົນນະບົດ​ເຊັ່ນ​ດຽວ​ກັນ ກໍ​ຄືການ​ສ້າງ​ທາງ​ແຫ່ງ​ຄວາມສຸກ​ໃຫ້​ແກ່​ປະຊາຊົນ​ທ້ອງ​ຖິ່ນ​ທີ່​ສາມາດ​ສ້າງ​ລາຍ​ຮັບ​ເພີ່ມ​ຂຶ້ນ​ແລະຫຼຸດພົ້ນຈາກ​ຄວາມທຸກ​ຍາກ.



1  2  3  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ