ມານ​ດິ​ຟ​ຈະ​ດຶງ​ດູດ​ທຶນ​ຕ່າງ​ປະ​ເທດ 3 ຕື້ 400 ລ້ານ​ໂດ​ລາ​ພາຍໃນ 5 ປີ
2018-02-23 16:22:26  cri 
ຕາມ​ຂ່າວ​ສານ​ຊິ່ນ​ຮ​ວາ: ຕອນ​ຄ່ຳ​ວັນ​ທີ 21 ກຸມ​ພາ​ນີ້, ໃນ​ກອງ​ປະ​ຊຸມຄັ້ງ​ທຳ​ອິດ​ທາງ​ການ​ຂອງ​ສະ​ພາ​ມານ​ດິ​ຟ​ປີ 2018, ທ່ານ ອັບ​ດູນ​ລາ ຢາ​ມິນ ປະ​ທາ​ນາ​ທິ​ບໍ​ດີ​ມານ​ດິ​ຟ​ກ່າວ​ວ່າ, ຂະ​ແໜງ​ການ​ຕ່າງໆ ເຊິ່ງ​ລວມ​ທາງ​ຂະ​ແໜງ​ການ​ທ່ອງ​ທ່ຽວ ຂອງ​ມານ​ດິ​ຟ ຈະ​ດຶງ​ດູດທຶນ​ຕ່າງ​ປະ​ເທດ 3 ຕື້ 400 ລ້ານ​ໂດ​ລາ​ພາຍໃນ 5 ປີ.

ທ່ານ​ຢາ​ມິນ​ກ່າວ​ວ່າ, ປີ​ກາຍ​ນີ້, ລັດ​ຖະ​ບານ​ມານ​ດິ​ຟ​ໄດ້​ຮັບ​ໃບ​ສະ​ເໜີ​ຂໍອະ​ນຸ​ຍາດລົງ​ທຶນ​ໃນ​ຂະ​ແໜງ​ການ​ທ່ອງ​ທ່ຽວ​ຢູ່​ມານ​ດິ​ຟ 40 ສະ​ບັບ​ຈາກ​ຫຼາຍ​ປະ​ເທດ, ​ແລະ​ມີ​ມູນ​ຄ່າ​​ປະ​ມານ 1 ຕື້ 600 ລ້ານ​ໂດ​ລາ, ຂະ​ແໜງ​ການ​ອື່ນໆ​ກໍ່​ໄດ້​ຮັບ​ໃບ​​ສະ​ເໜີ​ຂໍ​ອະ​ນຸ​ຍາດ​ລົງ​ທຶນ 50 ສະ​ບັບ​ທີ່​ມີ​ມູນ​ຄ່າ​ປະ​ມານ 1 ຕື້ 800 ລ້ານ​ໂດ​ລາ.

ທ່ານ​ຢາ​ມິນ​ກ່າວ​ວ່າ, ໃນ​ຫຼາຍ​ປີ​ຜ່ານ​ມາ​ນີ້, ລັດ​ຖະ​ບານ​ແລະ​ປະ​ຊາ​ຊົນ​ມານ​ດິ​ຟ​ໄດ້​ຮ່ວມ​ກັນ​ອອກ​ແຮງ​ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ, ປັດ​ຈຸ​ບັນ​ໄດ້​ຮັບ​ການ​ຕອບ​ຮັບຢ່າງ​ເດັ່ນ​ຊັດ ເຊັ່ນ​ວ່າ: ປີ​ກາຍ​ນີ້ ​ກໍ່​ໄດ້​ເຊັນ​ສັນ​ຍາ​ການ​ຄ້າ​ເສ​ລີ​ກັບ​ຈີນ​​ແລ້ວ, ​ແລະສິນ​ຄ້າ​ຈຳ​ນວນ​ຫຼວງ​ຫຼາຍ​ທີ່​ຄ້າ​ຂາຍ​ລະ​ຫວ່າງ​ມານ​ດິ​ຟ​ກັບ​ຈີນກໍ່​ຈະ​​ມີ​ການ​ຍົກ​ເວັ້ນພາ​ສີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ