​ເມືອງ​ລາ​ຊີ​ໂອມຽນມາ​ຍົກ​​ລະດັບການ​ຮັກສາ​ຄວາ​ມປອດ​ໄພ
2018-02-23 15:54:36  cri 
ວັນ​ທີ 22 ກຸມພາ​ນີ້, ​ເຈົ້າ​ໜ້າ​ທີ່​ຕຳຫຼວ​ດຂອງ​ເມືອງ​ລາ​ຊີ​ໂອພາກ​ເໜືອ​ລັດ​ສານ​ປະ​ເທດ​ມຽນມາ​ກ່າວ​ວ່າ: ​ໃນ​ວັນ​ທີ 21 ກຸມພາ​ນີ້ ຢູ່​ເມືອງ​ລາ​ຊີ​ໂອ​ໄດ້​ເກີດ​ເຫດການ​ລະ​ເບີດ, ​​ແລະ​ຕຳຫຼວດ​ໄດ້​ຍົກ​​ລະດັບການ​ຮັກສາ​ຄວາມ​ປອດ​ໄພ​ຢ່າງ​ສູງ. ທະຫານ​ມຽນມາ​ໄດ້​ອອກ​ຖະ​ແຫຼ​ງການ​​ໃນ​​ມື້​ດຽວ​ກັນ​ວ່າ ​ກຸ່ມ​ກໍ່​ການ​ຮ້າຍ​​ເປັນ​ຜູ້​ກໍ່ເຫດ​ລະ​ເບີດ​ດັ່ງກ່າວ​.

​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ກ່າວ​ຕື່ມ​ວ່າ: ຕຳຫຼວດກຳລັງ​ສືບສວນ​ຫາ​ສາ​ເຫດດັ່ງກ່າວ, ​​ປັດຈຸບັນ, ຍັງ​ມີ​ຜູ້​ບາດ​ເຈັບ 6 ຄົນ​ປິ່ນປົວ​ຢູ່​ໂຮງໝໍ, ​ແລະ​ຈຳນວນ​ໜຶ່ງ​ໄດ້​ຟື້ນ​ຟູ​ສຸຂະພາບ​​ເປັນ​ປົກກະຕິແລ້ວ.
ກະຊວງ​ພາຍ​ໃນ​ມຽນມາ​ໄດ້​ເປີດ​ເຜີຍ​ໃນ​ວັນ​ທີ 22 ກຸມພາ​ນີ້​ວ່າ: ​ເຫດການ​ລະ​ເບີດ​ດັ່ງ​ກ່າວ​ໄດ້​ສົ່ງ​ຜົນເຮັດ​ໃຫ້​ມີຜູ້​ເສຍ​ຊີວິດ 2 ຄົນ ​ແລະ​ບາດ​ເຈັບ 21 ຄົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ