ອິດສະຣະ​ແອນ ​ແລະ​ອາ​ເມ​ລິ​ກາ​ຈະ​ຈັດການ​ຊ້ອມ​ຮົບ​ຮ່ວມ​ກັນ​ຕ້ານ​ຂີ​ປະ​ນາ​ວຸດ​ຂະໜາດ​ໃຫຍ່
2018-02-23 15:58:40  cri 
ວັນ​ທີ 22 ກຸມພາ​ນີ້, ​ເຈົ້າ​ໜ້າ​ທີ່​ກອງທັບ​ປ້ອງ​ກັນຊາ​ດອິດສະ​ຣະ​ແອນ​ກ່າ​ວວ່າ: ອິດສະຣະ​ແອນ ​ແລະອາ​ເມ​ລິ​ກາ​ຈະ​ຈັດການ​ຊ້ອມ​ຮົບ​ຮ່ວມ​ກັນ​ຕ້ານ​ຂີ​ປະ​ນາ​ວຸດ​ຂະໜາ​ດ​ໃຫຍ່ທີ່​ເອີ້ນ​ວ່າ "Juniper Cobra2018"​ ​ໃນ​ເດືອນ​ມີນາ​ປີ​ 2018 ນີ້.

ກອງທັບ​ອິດສະຣະ​ແອນອອກ​ຖະ​ແຫຼ​ງການ​ວ່າ: ​ໃນ​​ເວລາ​ນັ້ນ​ຈະ​ມີ​ທະຫານ 2500 ຄົນ​ຈາກ​ກ​ອງບັນຊາ​ການ​​ອາ​ເມ​ລິ​ກາປະຈຳ​ເອີຣົບ ​ແລະ​ທະຫານ 2000 ຄົນ​ຈາກ​ກອງທັບ​ປ້ອງ​ກັນ​ອາກາດ, ພະ​ລາ​ທິການ, ການ​​ແພດ ​ແລະ​ອື່ນໆ​ຂອງ​ກອງທັບ​ປ້ອງ​ກັນຊາ​ດອິດສະ​ຣະ​ແອນ​ຈະ​​ເຂົ້າ​ຮ່ວມ. ການ​ຊ້ອມ​ຮົບ "Juniper Cobra2018"​ ຄັ້ງ​ທີ 9 ​​ນີ້​ແມ່ນ​ຄັ້ງ​ໃຫຍ່​ທີ່​ສຸດ​ໃນ​ຊຸມ​ປີຜ່ານມາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ