​ຫ້ອງຮຽນ​ລຳ​ນົວ​ສືບ​ທອດ​ວັດທະນະທຳ​ນົວ​ທີ່​ມີ​ປະຫວັດສາດ​ຫຼາຍ​ກວ່າ 2000 ປີ
2018-02-23 16:46:58  cri 

ຢູ່​ບ້ານ​ຊີ​ໂຢຕາ​ແສງ​ຊ່ານ​ຊີ່​ເມືອ​ງນານ​ເຟີ່ງ​ແຂວງ​ຈ່ຽງຊີ່ ສປ ຈີນ​ທີ່​ຖືກ​ຂະໜານນາມ​ວ່າ "​ເມືອງລຳ​ນົວ" ມີຫ້ອງຮຽນ​ລຳ​ນົວ​​ແຫ່ງ​ໜຶ່ງ ​ທີ່ມີ​ເດັກນ້ອຍ​ຢູ່​ບ້ານ​ດັ່ງກ່າວ, ​ໃນ​ນີ້, ຜູ້​ມີ​ອາຍຸ​ສູງ​ສຸດ​ແມ່ນ 16 ປີ ​ແລະ​ນ້ອຍ​ສຸດ​ແມ່ນ​ມີ​ອາຍຸ​ 10 ປີ. ​ນັກລຳ​ນົວທັງ​ໝົດ​ໃສ່ໜ້າ​ກາກ ​ແລະ​ເສື້ອ​ສີສົດ​ໃສ​ຫຼາກ​ຫຼາຍ​ສີສັນ, ​ເຕັ້ນລຳ​ນົວ​ຢ່າງ​ກົມກຽວ​ກັນ​​​ເບິ່ງ​ແລ້ວ​ສວຍ​ງາມ​ຫຼາຍ. ການ​ເຕັ້ນລຳນົວ​ນານ​ເຟີ່ງມີ​ປະຫວັດສາດ​ຄວາມ​ເປັນ​ມາຫຼາຍ​ກວ່າ 2000 ປີ. ນັບ​ແຕ່​ປີ 2006 ​ເປັນ​ຕົ້ນ​ມາ, ​ເພື່ອ​ຮັກສາ​ວັດທະນະທຳ​ນົວໃຫ້ສາມາດ​ໄດ້​ຮັບ​ການ​ສືບ​ທອດ, ທ່ານ​ເຢ້​​ເກີ່​ນມີ​ງ ຜູ້​ສືບ​ທອດ​ລຳ​ນົວ​ທີ່​ເປັນ​ມໍລະ​ດົກ​ວັດທະນະທຳ​ບໍ່​ແມ່ນ​ວັດ​ຖຸ​ໄດ້​ສອນວິທີ​ເຕັ້ນ​ລຳນົວ​ໃຫ້​ເດັກນ້ອຍ​ຢູ່​ບ້ານ​ດັ່ງກ່າວ​ຕາມ​​ເວ​ລາ​ຫວ່າງ​ຂອງ​ໂມງ​ຮຽນ ກໍ​ຄື​​ໄລ​ບະພັກຍາມ​ລະດູ​ໜາວ ​ແລະ​ຮ້ອນ ​ເຊິ່ງ​ໄດ້​ຝຶກຊ້ອມ​ການເຕັ້ນລຳ​ນົວ​​ໃຫ້​ເດັກນ້ອຍ​ຫຼາຍ​ກວ່າ 80 ຄົນ.

1  2  3  4  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ