FRB ອາ​ເມ​ລິ​ກາ​ລາຍ​ງານ​ວ່າ​ຈະ​ສືບ​ຕໍ່​ຮັກ​ສາ​ຈັງ​ຫວະ​ເພີ່ມດອກ​ເບັ້ຍທີ່​ຄ່ອຍ​ເປັນ​ຄ່ອຍ​ໄປ
2018-02-24 14:40:18  cri 
ວັນ​ທີ 23 ກຸມ​ພານີ້, ຄະ​ນະ​ກຳ​ມະ​ການ​ຄັງ​ສຳ​ຮອງ​ສະ​ຫະ​ລັດອາ​ເມ​ລິ​ກາ​ຫຼື FRB ໄດ້​ຍື່ນ​ບົດ​ລາຍ​ງານ​ນະ​ໂຍ​ບາຍ​ເງິນ​ຕາໄລ​ຍະ​ເຄິ່ງ​ປີໃຫ້​ລັດ​ຖະ​ສະ​ພາໂດຍ​ລະ​ບຸ​ວ່າ: ເສດ​ຖະ​ກິດ​ອາ​ເມ​ລິ​ກາ​ໄດ້​ມີ​ການເຕີບ​ໂຕ​ຢ່າງ​ໜັກ​ແໜ້ນ ເຊິ່ງ​ຈະ​ສະ​ໜັບ​ສະ​ໜູນ​ໃຫ້​ອົງ​ການ​ຕົນສືບ​ຕໍ່​ບີບ​ນະ​ໂຍ​ບາຍ​ເງິນ​ຕາ​ແບບ​ຄ່ອຍ​ເປັນ​ຄ່ອຍ​ໄປ.

ບົດ​ລາຍ​ງານລະ​ບຸ​ວ່າ: ປະ​ລິ​ມານ​ກາ​ນ​ປະ​ກອບ​ອາ​ຊີບ​ເພີ່ມ​ຂຶ້ນ​ຢ່າງ​ໜັກ​ແໜ້ນ, ແຕ່​ລະ​ຄອບ​ຄົວ​ມີ​ຊັບ​ສິນ​ເພີ່ມ​ຂຶ້ນ, ຄວາມ​ໝັ້ນ​ໃຈ​ຂອງ​ຜູ້​ບໍ​ລິ​ໂພກເພີ່ມ​ຂຶ້ນ, ເສດ​ຖະ​ກິດ​ໂລກ​ເຕີບ​ໂຕ​ຢ່າງ​ແຂງ​ແຮງ​ ແລະ​ສະ​ພາບ​ແວດ​ລ້ອມ​ການ​ທະ​ນາ​ຄານ​ທີ່​ຜ່ອນ​ຄາຍ​ຈະ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ໃຫ້​ເສດ​ຖະ​ກິດ​ມີ​ການ​ພັດ​ທະ​ນາ.

ບົດ​ລາຍ​ງານຍັງ​ຊີ້​ໃຫ້​ເຫັນ​ຕື່ມ​ວ່າ: ປະ​ຈຸ​ບັນ, ຕະ​ຫຼາດ​ແຮ​ງ​ງານ​ຂອງ​ອາ​ເມ​ລິ​ກາ​ມີ​ທ່າ​ອ່ຽງ​ພັດ​ທະ​ນາຢ່າງ​ຕໍ່​ເນື່ອງ, ແຕ່​ອັດ​ຕາ​ເງິນ​ເຟີ້ຍັງ​ຕ່ຳ​ກວ່າ​ຄາດໝາຍຄື 2%. ​ແລະຄາດ​ຄະ​ເນ​ວ່າ: ປີນີ້, ອົງ​ການ​ຕົນ​ຈະ​ເພີ່ມດອກ​ເບັ້ຍ 3 ເທື່ອ. ໃນ​ກອງ​ປະ​ຊຸມ​ນະ​ໂຍ​ບາຍ​ເງິນ​ຕາ​ທີ່​ຈັດ​ຂຶ້ນ​ໃນ​ທ້າຍ​ເດືອນ​ມັງ​ກອນ​ແລ້ວນີ້, ອົງ​ການ​ດັ່ງ​ກ່າວ​ເຜີຍ​ໃຫ້​ຮູ້​ວ່າ​ຈະ​ຮັກ​ສາ​ອັດ​ຕາ​ດອກ​ເບັ້ຍ​ເງິນ​ຕາຂອງ​ສະ​ຫະ​ລັດໃຫ້​ຄື​ເກົ່າ.

ເຖິງວ່າ​ຕະ​ຫຼາດ​ການ​ທະ​ນາ​ຄານ​ຂອງ​ອາ​ເມ​ລິ​ກາ​ໄດ້​ເກີດ​ມີ​ສະ​ພາບ​ປັ່ນ​ປ່ວນ​ໃນ​ໄລ​ຍະ​ນີ້​ກໍ່ຕາມ, ແຕ່​ບົດ​ລາຍ​ງານ​ຂອງ FRB ເຫັນ​ວ່າ, ລະ​ດັບຄວາມ​ສ່ຽງ​ຂອງ​ລະ​ບົບ​ການ​ທະ​ນາ​ຄານ​ອາ​ເມ​ລິ​​ກາ​ເວົ້າ​ລວມ​ແລ້ວບໍ່​ສູງ​ປານ​ໃດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ