ເດືອນ​ມັງ​ກອນ​ປີ2018 ຈີນ​ຈັດ​ຊື້​ສິນ​ຄ້າ​ເປັນ​ມູນ​ຄ່າ 5,14ຕື້​ໂດ​ລາ​ຈາກ​ມະ​ເລ​ເຊຍ
2018-02-24 15:45:15  cri 
ຕາມ​ຂ່າວ​ຈາກ​ເວັບ​ໄຊ​ກະ​ຊວງ​ການ​ຄ້າ​ຈີນ, ໜັງ​ສື​ພິມ​ນານ​ຢາງ​ຊຽງ​​ປ້າວ​ຂອງ​ມະ​ເລ​ເຊຍ​ລາຍ​ງານ​ວ່າ, ຫວ່າງ​ບໍ່​ດົນ​ມາ​ນີ້, ທ່ານ​ອຶງ​ກາ​ຊວນ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ​ສາ​ກົນ ແລະ​ອຸດ​ສາ​ຫະ​ກຳ​ມະ​ເລ​ເຊຍ​ກ່າວ​ວ່າ, ອີງ​ຕາມ​ສະ​ຖິ​ຕິ​ຂອງ​ດ່ານ​ພາ​ສີ​ຈີນ, ເດືອນ​ມັງ​ກອນ​ປີ2018, ມູນ​ຄ່າ​ການ​ຄ້າ​ລະ​ຫວ່າ​ງ​ມະ​ເລ​ເຊຍ​ກັບ​ຈີນ​ມີ​ເຖິງ 8ຕື້ 930ລ້ານ​ໂດ​ລາ​ສະ​ຫະ​ລັດ, ພາຍ​ໃນ​ເດືອນ​ດຽວ​ຈີນ ​ໄດ້​ຈັດ​ຊື້​ສິນ​ຄ້າ​ເປັນ​ມູນ​ຄ່າ 5,14ຕື້​ໂດ​ລາ​​ຈາກ​ມະ​ເລ​ເຊຍ.

ທ່ານ​ອຶງ​ກາ​ຊວນ​ກ່າວ​ຕື່ມ​ວ່າ,ຈີນ​ເປັນ​ຄູ່​ການ​ຄ້າ​ໃຫຍ່​ອັນ​ດັບ​ໜຶ່ງ​ຂອງ​ມະ​ເລ​ເຊຍ, ປີ 2017 ຍອດ​ມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍ​ມີ​ເຖິງ 96 ຕື້​ໂດ​ລາ, ຈີນ​ຈັດ​ຊື້​ສິນ​ຄ້າ​ເປັນ​ມູນ​ຄ່າ 54,3ຕື້​ໂດ​ລາ. ຖ້າ​ຈີນ​ບໍ່​ໄດ້​ຈັດ​ຊື້​ສິນ​ຄ້າ​ມະ​ເລ​ເຊຍ, ລາ​ຄາ​ຂອງ​ຜະ​ລິດ​ຕະ​ພັນ​ສຳ​ຄັນ​ປະ​ເພດ​ຕ່າງໆ​ຂອງ​ມະ​ເລ​ເຊຍ ເຊິ່ງ​ລວມ​ທັງ ນ້ຳ​ມັນ​ປາມ, ຜະ​ລິດ​ຕະ​ພັນ​ຢາງ​ພາ​ລາ, ເຄື່ອງ​ໃຊ້​ໄຟ​ຟ້າ, ເຄື່ອງ​ເອ​ເລັກ​ໂຕຼນິກ, ອາຍ​ແກັດ​ທຳ​ມະ​ຊາດ, ນ້ຳ​ມັນ​ເຊື້ອ​ໄຟ ແລະ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ອື່ນໆ​ກໍ​ຈະຫຼຸດ​ລົງ​ຢ່າງຫຼວງຫຼາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ