ກອງ​ປະ​ຊຸມ​ບໍ່​ເປັນ​ທາງ​ການ​ຂອງ​ຜູ້​ນຳ​ອີ​ຢູ​ຫາ​ລື​ແຜນ​ພັດ​ທະ​ນາຫຼັງ​ອັງ​ກິດ​ຖອນ​ອອກ​ຈາກ​ອີ​ຢູ
2018-02-24 10:39:12  cri 
ກອງ​ປະ​ຊຸມ​ບໍ່​ເປັນ​ທາງ​ການ​ຂອງ​ຜູ້​ນຳ​ສະ​ຫະ​ພາບ​ເອີ​ຣົ​ບຫຼື​ອີ​ຢູ​ໄດ້​ຈັດ​ຂຶ້ນ​ຢູ່​ສຳ​ນັກ​ງານ​ໃຫຍ່​ສະ​ຫະ​ພາບ​ເອີ​ຮົບ​ທີ່​ນະ​ຄອນຫຼວງບ​ຣຸກ​ແຊນ​ປະ​ເທດ​ແບນ​ຊິກ​ໃນ​ວັນ​ທີ 23 ກຸມ​ພາ​ນີ້​ໂດຍ​ຜູ້​ນຳ 27 ປະ​ເທດ​ສະ​ມາ​ຊິກ​ສະ​ຫະ​ພາບ​ເອີ​ຣົບ​ທີ່​ບໍ່​ລວມ​ທັງ​ອັງ​ກິດ​ໄດ້​ຫາ​ລື​ບັນ​ຫາ​ຕ່າງໆ​ເປັນ​ຕົ້ນ​ງົບ​ປະ​ມານ​ການ​ເງິນຫຼາຍ​ປີຫຼັງ​ອັງ​ກິດ​ຖອນ​ອອກ​ຈາກ​ສະ​ຫະ​ພາບ​ເອີ​ຣົບ, ການ​ເລືອກ​ຕັ້ງ​ສະ​ພາ​ເອີ​ຣົບ​ກໍ​ຄື​ການ​ທີ່​ຈະ​ເລືອກ​ຕັ້ງ​ປະ​ທານ​ຄະ​ນະ​ກຳ​ມາ​ທິ​ການ​ສະ​ຫະ​ພາບ​ເອີ​ຮົບ​ຊຸດ​ໃໝ່​ແນວ​ໃດ​ແລະ​ອື່ນໆ. ທ່ານ​ໂດນັນ ຕູ​ສ​ກ໌ ປະ​ທານ​ຄະ​ນະ​ກຳ​ມະ​ການເອີ​ຣົບ​ຢືນ​ຢັນ​ວ່າ​ຫວັງ​ຈະ​ໄດ້​ຮັບ​ຮູ້​ແຜນ​ການ​ກ່ຽວ​ກັບ​ອັງ​ກິດ​ຖອນ​ອອກ​ຈາກ​ເອີ​ຣົບ​ໃຫ້​ລະ​ອຽດ​ຕື່ມ​ໃນ​ໂອ​ກາດ​ພົບ​ປະ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ​ເມື່ອ​ອາ​ທິດ​ໜ້າ.

ຕາມ​ແຜນ​ການແລ້ວ, ອັງ​ກິດ​ຈະ​ຖອນ​ອອກ​ຈາກ​ສະ​ຫະ​ພາບ​ເອີ​ຣົບ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 29 ມີ​ນາ 2019, ແຕ່​ສື່ມວນ​ຊົນ​ອັງ​ກິດ​ເປີດ​ເຜີຍ​ວ່າ: ຕາມ​ເອ​ກະ​ສານ​ກ່ຽວ​ກັບ​ການ​ເຈ​ລະ​ຈາ​ຖອນອ​ອກ​ຈາກ​ສະ​ຫະ​ພາບ​ເອີ​ຣົບ​ສະ​ບັບ​ໜຶ່ງ, ລັດ​ຖະ​ບານ​ອັງ​ກິດ​ຫວັງ​ຢາກ​ແກ່​ຍາວ​ໄລ​ຍະ​ຂ້າມ​ຜ່ານ​​ໃນ​ການ​ຖອນ​ອອກ​ຈາກ​ສະ​ຫະ​ພາບ​ເອີ​ຣົບ, ຫາກ​ບໍ່​ແມ່ນ​ເວ​ລາ 21 ເດືອນ​ຕາມ​ທີ່ ​ສ​ະ​ຫະ​ພາບ​ເອີ​ຣົບ​ໄດ້​ສະ​ເໜີ. ນອກ​ນີ້, ລັດ​ຖະ​ບານ​ອັງ​ກິດ​ຫວັງ​ວ່າ​ໃນ​ໄລ​ຍະ​ຂ້າມ​ຜ່ານ ຈະ​ບໍ່​ປະ​ຕິ​ບັດ​ຕາມ​ກົດ​ລະ​ບຽບ​ໃໝ່​ທີ່​ສະ​ຫະ​ພາບ​ເອີ​ຮົບ​ປະ​ກາດ​ໃຊ້, ແຕ່​ສະ​ຫະ​ພາບ​ເອີ​ຣົບ​ໄດ້​ຮຽກ​ຮ້ອງ​ໃຫ້​ອັງ​ກິດ​ຕ້ອງ​ປະ​ຕິ​ບັດ​ກົດ​ລະ​ບຽບ​ໃໝ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ