ປະ​ທານ​າ​ທິ​ບໍ​ດີ​ຟີ​ລິບ​ປິນ​ຢືນ​ຢັນ​ວ່າ​ຈະ​ບໍ່​ເຂົ້າ​ຮ່ວມ​ສົງ​ຄາມ​ນອກ​ປະ​ເທດ​ທີ່​ນຳ​ໂດຍ​ອາ​ເມ​ລິ​ກາ​ນັ້ນ​ອີກ
2018-02-24 10:45:53  cri 
ສື່ມວ​ນ​ຊົນ​ຟີ​ລິບ​ປິນ​ລາຍ​ງານ​ໃນ​ວັນ​ທີ 23 ກຸມ​ພາ​ນີ້​ວ່າ: ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ​ໂຣດ​ຣີ​ໂກ ດູ​ເຕີ​ເຕ ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປິນ​ຢືນ​ຢັນ​ວ່າ ໃນ​ໄລ​ຍະ​ການ​ດຳ​ລົງ​ຕຳ​ແໜ່ງ​ຂອງ​ຕົນ​ຈະ​ບໍ່​ອະ​ນຸ​ຍາດ​ໃຫ້​ກອງ​ທັບ​ຟີ​ລິບ​ປິນ​ເຂົ້າ​ຮ່ວມ​ສົງ​ຄາມນອກ​ປະ​ເທດ​ທີ່​ນຳໂດຍ​ອາ​ເມ​ລິ​ກາຢ່າງ​ເດັດ​ຂາດ.

​ກ່ອນ​ໜ້າ​ນີ້, ຟີ​ລິບ​ປິນ​ແລະ​ອາ​ເມ​ລິ​ກາ​ໄດ້​ເຊັນ​ສັນ​ຍາ​ການ​ທະ​ຫານ ແລະ​ຟີ​ລິບ​ປິນ​ກໍ​ໄດ້​ສົ່ງ​ທະ​ຫານຫຼື​ໜ່ວຍ​ກູ້​ໄພ​ແບບ​ມະ​ນຸດ​ສະ​ທຳ​ໄປ​ເຂົ້າ​ຮ່ວມ​ສົງ​ຄາມນອກ​ປະ​ເທດ​ທີ່​ນຳ​ໂດຍ​ອາ​ເມ​ລິ​ກາ​ມາຫຼາຍ​ຄັ້ງ​ແລ້ວ, ນອກ​ນີ້, ກອງ​ທະ​ຫານ​ອາ​ເມ​ລິ​ກາ​ຍັງ​ມີ​ສິດ​ນຳ​ໃຊ້​ຖານ​ທັບ 5 ແຫ່ງ​ຢູ່​ຟີ​ລິບ​ປິນ. ແຕ່​ວ່າ ນັບ​ຕັ້ງ​ແຕ່ ​ຂຶ້ນ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປິນ​ເປັນ​ຕົ້ນ​ມາ, ​ທ່ານ​ດູ​ເຕີ​ເຕກໍ​ໄດ້​ຢືນ​ຢັນ​ມາຫຼາຍ​ເທື່ອ​ແລ້ວ​ວ່າ ຈະ​ຢຸດ​ເຊົາ​ການ​ຮ່ວມ​ມື​ດ້ານ​ການ​ທະ​ຫານ​ລະ​ຫວ່າງ​ຟີ​ລິບ​ປິນ​ກັບ​ອາ​ເມ​ລິ​ກາ ຂະ​ນະ​ດຽວ​ກັນ, ​ຂະ​ໜາດການ​ຊ້ອມ​ຮົມ​ຮ່ວມ​ລະ​ຫວ່າງ​ສອງ​ປະ​ເທດ​ກໍ​ໄດ້ຫຼຸດ​ໜ້ອຍ​ລົງ​ເຊັ່ນ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ