ທ່ານມູນ​ແຈ​ອິນກ່າວ​ເນັ້ນ​ວ່າ​ການ​ສົນ​ທະ​ນາ​ກ່ຽວກັບ​ບັນ​ຫາແຫຼມ​ເກົາ​ຫຼີ​​ປອດອາ​ວຸດ​ນິວ​ເຄຼຍນັ້ນ​ຄວນ​ຊຸກ​ຍູ້​​ພ້ອມ​ກັບ​ການ​ສົນ​ທະ​ນາ​ເໜືອ​ໃຕ້
2018-02-24 11:27:33  cri 
ຕອນຄ່ຳ​ວັນ​ທີ 23 ກຸມ​ພານີ້ ຢູ່​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ຊົງ​ວາ​ເດ ທ່ານ​ມູນ​ແຈ​ອິນ ປ​ະ​ທານາ​ທິ​ບໍ​ດີສ.ເກົາ​ຫຼີ​ໄດ້​ພົບ​ປະ​ກັບ​ທ່ານ​ນາງ​​ອີ​ວັນ​ກາ ທ​ຣຳ ລູກ​ສາວ​ທ່ານໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ, ທັງ​ເປັນ​ຜູ້​ຊ່ວຍແລະ​ທີ່​ປຶກ​ສາ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​, ໂດຍ​ກ່າວ​ເນັ້ນ​ວ່າ​ການ​ສົນ​ທະ​ນາ​ກ່ຽວກັບ​ບັນ​ຫາແຫຼມ​ເກົາ​ຫຼີ​​ປອດ ອາ​ວຸດ​​ນິວ​ເຄຼຍນັ້ນ​ຄວນ​ຊຸກ​ຍູ້​​ໄປ​ພ້ອມ​ກັບ​ການ​ສົນ​ທະ​ນາ​ເໜືອ​ໃຕ້.

ໃນ​ການ​ພົບ​ປ​ະ​ຄັ້ງ​ນີ້ ທ່ານ​ມູນ​​ແຈ​ອິນ​ກ່າວ​ວ່າ, ການ​ສົນ​ທະ​ນາ​ກ່ຽວກັບ​ບັນ​ຫາແຫຼມ​ເກົາ​ຫຼີ​​ປອດອາ​ວຸດ​​ນິວ​ເຄຼຍກັບການ​ສົນ​ທະ​ນາ​ເໜືອ​ໃຕ້​ແມ່ນບໍ່​ສາ​ມາດ​ຕັດ​ແຍກ​ອອກຈາກ​ກັນໄດ້, ສ.ເກົາ​ຫຼີ​ແລະ​ອາ​ເມ​ລິ​ກາ​ຄວນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັນ​ໃຫ້​ແໜ້ນ​ແຟ້ນກວ່າ​ເກົ່າ. ທ່ານ​ມູນ​ແຈ​ອິນ​ກ່າວຕື່ມ​ວ່າ, ສ.ເກົາ​ຫຼີ​ບໍ່ຍອມ​ຮັບ​ວ່າ​ສ​ປ​ປ​ເກົາ​ຫຼີ​ມີ​ອາ​ວຸດ​ນິວ​ເຄຼຍ​ຢ່າງ​ເດັດ​ຂາດ, ແຕ່​ໃນ 25 ປີ​ຜ່ານ​ມາ ​ເຖິງວ່າ​ລັດ​ຖະ​ບານ​ສ.ເກົາ​ຫຼີ​ແລະ​ອາ​ເມ​ລິ​ກາ​ໄດ້ຮ່ວມ​ກັນ​​ທຳ​ຄວາມ​ພະ​ຍ​າ​ຍາມ​ເພື່ອແກ້​ໄຂ​ໃຫ້​ແຫຼມ​ເກົາ​ຫຼີ​ປອດ​ອາ​ວຸດ​ນິວ​ເຄຼຍນັ້ນ ​ພັດ​ບໍ່​ໄດ້​ຮັບ​ຜົນ​ຫຍັງ​ເລີຍ, ຫວັງ​ວ່າ​ສ.ເກົາ​ຫຼີ​ແລະ​ອາ​ເມ​ລິ​ກາ​ຈະ​ກຳ​ໂອ​ກາດ​ໃນ​ປັດ​ຈຸ​ບັນ​ນີ້, ​ເພື່ອບັນ​ລຸ​ເປົ້າ​ໝາຍ​ໃຫ້​ແຫຼມ​ເກົາ​ຫຼີ​ປອດ ອາ​ວຸດ​​ນິວ​ເຄຼຍ.

ທ່ານ​ນາງ​ອີ​ວັນ​ກາ​ພາ​ຄະ​ນະ​ຜູ້​ແທນ​ອາ​ເມ​ລິ​ກາ​ເດີນ​ທາງ​ໄປ​ຮອດ​ສ.ເກົາ​ຫຼີ​ໃນ​ມື້​ດຽວ​ກັນ ເຊິ່ງ​ຈະ​ໄປ​ຊົມ​ການ​ແຂ່ງ​ຂັນ​ງານ​ກິ​ລາ​ໂອ​ລິ​ມ​ປິກ​​ລະ​ດູ​ໜາວໃນ​ລາຍ​ການ​ແຂ່​ງ​ຂັນ​ຈຳ​ນວນ​ໜຶ່ງ​ໃນ​ວັນ​ທີ 24-25 ກຸມ​ພານີ້, ແລະ​ຈະເຂົ້າ​ຮ່ວມ​ພິ​ທີ​ປິ​ດ​ງານ​ໂອ​ລິມ​ປີກ​ລະ​ດູ​ໜາວ​ພຽງ​ຊາງ​ໃນ​ວັນ​ທີ 25 ກຸມ​ພານີ້.

ໃນ​ຂະ​ນະ​ດຽວ​ກັນ, ສ​ປ​ປ​ເກົາ​ຫຼີ​ກໍ່​ຈະ​ສົ່ງ​ຄະ​ນະ​ຜູ້​ແທນ​ລະ​ດັບ​ສູງ​ທີ່​ນຳ​​ໂດຍ​ທ່ານ​ກິມ​ຢົງ​ໂຈ ຮອງ​ປະ​ທານຄະ​ນະ​ກຳ​ມະ​ການສູນ​ກາງ​ພັກ​ແຮງ​ງານ, ເພື່ອ​ເຂົ້າ​ຮ່ວມພິ​ທີ​ປິດ​ງານ​ໂອ​ລິມ​ປີກ​ລະ​ດູ​ໜາວ​ພຽງ​ຊາງ​ເຊັ່ນ​ດຽວ​ກັນ.
 
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ