ທ່ານໂດ​ນັນ ທ​ຣຳ ປະ​ກາດ​ວ່າ ຈະ​ປະ​ຕິ​ບັດ​ການ​ຂວ້ຳ​ບາດ​ໜັກ​ກວ່າ​ໝູ່​ໃນ​ປະ​ຫວັດ​ສາດ ຕໍ່​ ສປ​ປ ເກົາ​ຫຼີ
2018-02-24 16:45:51  cri 
ວັນ​ທີ 23 ກຸມ​ພາ​ນີ້, ທ່ານໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີອາ​ເມ​ລິ​ກາ​ປະ​ກາດ​ວ່າ, ຈະປະ​ຕິ​ບັດ​ການ​ຂວ້ຳ​ບາດ​ໜັກ​ກວ່າ​ໝູ່​ໃນ​ປະ​ຫວັດ​ສາດ ຕໍ່​ ສປ​ປ ເກົາ​ຫຼີ. ມື້​ດຽວ​ກັນ, ກະ​ຊວງການ​ເງິນ​ອາ​ເມ​ລິ​ກາປະ​ກາດ​ຈະ​ປະ​ຕິ​ບັດ​ການ​ຂວ້ຳ​ບາດ​ຕໍ່ 56 ​ອົງ​ກອນ​ແລະ​ສ່ວນ​ບຸກ​ຄົນ, ເພື່ອ​ຕັດ​ແຫຼ່ງ​ທຶນ​ຂອງ​ໂຄງ​ການ​ນິວ​ເຄຼຍ​ເກົາ​ຫຼີ.

ທ່ານ​ທ​ຣຳ​​ໄດ້​ໃຫ້​ທັດ​ສະ​ນະ​ດັ່ງ​ກ່າວ​ໃນ​ເວ​ລາ​ກ່າວ​ປາ​ຖະ​ກະ​ຖາ​ໃນ​ກອງ​ປະ​ຊຸມ​ຂອງ​ບຸກ​ຄົນ​ທີ່​ຍຶດ​ຖື​ອະ​ນຸ​ລັກ​ນິ​ຍົມ.

ຫຼັງ​ຈາກ​ນັ້ນ, ກະ​ຊວງ​ການ​ເງິນ​ອາ​ເມ​ລິ​ກາ​​ໄດ້ອອກ​ຖະ​ແຫຼງ​ການ ໂດຍ​ກ່າວ​ວ່າ, ເທື່ອ​ນີ້, ຈະ​ມີ​ບໍ​ລິ​ສັດ​ຂົນ​ສົ່ງ​ດ້ວຍ​ກຳ​ປັ່ນ​ແລະ​ບໍ​ລິ​ສັດ​ການ​ຄ້າ 27 ແຫ່ງ, ກຳ​ປັ່ນ 28 ລຳ, ແລະ​ບຸກ​ຄົນ​ຄົນ​ໜຶ່ງ​ຖືກ​​ຂວ້ຳ​ບາດ. ນອກ​ນັ້ນ, ກະ​ຊວງ​ການ​ເງິນ​ອາ​ເມ​ລິ​ກາ​ກັບ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ແລະ​ກອງ​​ຕຳ​ຫຼວດປ້ອງ​ກັນຝັ່ງ​ທະ​ເລ​ອາ​ເມ​ລິ​ກາ ຍັງ​ຈະ​ຮ່ວມ​ກັນ​ປະ​ກາດ "​ຄຳ​ເຕືອນ​​ຕໍ່ການ​ຂົນ​ສົ່ງ​ດ້ວຍ​ເຮືອ​ກຳ​ປັ່ນ​ທົ່ວ​ໂລກ", ​ໂດຍເຕືອນ​ວ່າ ຜູ້​ທີ່​ດຳ​ເນີນ​ການ​ຄ້າ​ກັບ​ ສ​ປ​ປ ເກົາ​ຫຼີ ໂດຍ​ຜ່ານ​ການ​ຂົນ​ສົ່ງ​ດ້ວຍ​ກຳ​ປັ່ນ​ນັ້ນ​ຈະ​ຖືກ​ຂວ້ຳ​ບາດ.

ຕາມ​ຂໍ້​ກຳ​ນົດ​ທີ່​ກ່ຽວ​ຂ້ອງ, ​ຊັບ​ສິນ​ຢູ່​ອາ​ເມ​ລິ​ກາ​ຫຼື​ຖືກ​ຄົນ​ອາ​ເມລິ​ກາ​ເບີ່ງ​ແຍງ ຂອງບຸກ​ຄົນ​ແລະ​ອົງ​ກອນ​ທີ່​ຖືກ​ຂວ້ຳ​ບາດຈະ​ຖືກງົດ​ໄວ້, ແລະປະ​ຊາ​ຊົນ​ອາ​ເມ​ລິ​ກາ​ບໍ່​ໃຫ້​ດຳ​ເນີນ​ການ​ຄ້າ​ກັບ​ ສ​ປ​ປ ເກົາ​ຫຼີ​ຢ່າງ​ເດັດ​ຂາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ